ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຈະ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ​ເບີກ​ບານ​ມ່ວນ​ຊື່ນ​ຮ່ວມ​ກັນ

(GMT+08:00) 2008-08-01 15:43:07 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri:ວັນ​ທີ 1 ສິງຫານີ້, ຢູ່​ປັກ​ກິ່ງ, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ໃຫ້ສຳພາດ​ຕໍ່​ສື່​ມວນ​ຊົນ​ຕ່າງປະ​ເທດ​ທີ່ປະຈຳຢູ່​ຈີນ, ທ່ານ​ກ່າວ​ວ່າ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ເຮັດ​ໃຫ້​ປະຊາຊົນ​ໃນ​ທົ່ວ​ໂລກ​​ເບີກບານ​ມ່ວນ​ຊື່ນ​ຮ່ວມກັນ.

ທ່ານ​ຫູ​ຈີນ​ທາວ​ເຫັນ​ວ່າ, ການຈັດ​ງານ​ກິລາ​ໂອ​ລິ​ມປິກ​​ໃຫ້​ສຳ​ເລັດ​ຜົນ,ປັດ​​ໄຈ​ສຳຄັນ​ແມ່ນ​ຕ້ອງ​ເສີມ​ຂະຫຍາຍ​ນ້ຳ​​ໃຈ​ໂອ​ລິ​ມ​ປິກ​ຄື ​ເສີມ​ຂະຫຍາຍມິດຕະພາບ ສາມັກຄີ​ແລະ​ສັນຕິພາບ;ຕ້ອງ​ສະຫນອງ​ເວທີ​ການ​ແຂ່ງຂັນ​ທີ່​ຍຸດຕິ​ທຳ​ໃຫ້​ນັກ​ກິລາ​ປະ​ເທດ​ຕ່າງໆ,​ໃຫ້​ພວກ​ເຂົາ​ເຈົ້າສາມາດ​ແຂ່ງ​ຂັນ​ຢ່າງ​ມີ​ສີສັນ​​ແລະ​ມີລະດັບສູງ;ຜ່ານ​ຈາກ​ງານ​ກິລາ​ໂອ​ລິ​ມປິກຕ້ອງ​ໃຫ້​ເພື່ອນ​ຈາກ 5 ທະຫາທະວີບ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະມີ​ມິດຕະພາບ​ຢ່າງ​ເລິກ​ເຊິ່ງ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ຍັງ​ກ່າວ​ວ່າ,ບໍ່​ຄວນ​ປະ​ເມີນ​ບົດບາດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ມີ​ຕໍ່​ການ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນສູງ​ເກີນ​ໄປ.ທ່ານ​ກ່າວ​ເນັ້ນວ່າ, ຈີນ​ຈະ​ສືບຕໍ່ຊຸກຍູ້​ການ​ປະຕິ​ຮູບຮອບດ້ານ​ເຊິ່ງລວມທັງ​ການ​ປະຕິ​ຮູບທາງການ​ເມືອງ, ​ເພື່ອ​ຮັບປະກັນ​ສິດທິ​ຂອງ​ປະຊາຊົນ​ໃຫ້​ດີກ​ວ່າ​ເກົ່າ;​ແລະ​ກ່າວຢ້ຳວ່າ,ຈີນ​ທີ່​ປະຕິບັດ​ນະ​ໂຍບາຍ​​ແບບ​ປ້ອງ​ກັນ​ປະ​ເທດ​ນັ້ນຈະ​ບໍ່​ແຜ່ອຳນາດຈົນ​ເທົ່າ​ໃດໆ ,ການ​ພັດທະນາ​ຂອງ​ຈີນ​ຈະ​ບໍ່​ກະທົບ​ແລະ​ບໍ່ຂົ່ມ​ຂູ່​ເຖິງຜູ່​ອື່ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>