ນັກ​ກິ​ລາ​ຫມື່ນ​ກວ່າ​ຄົນ​ຈະ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-08-01 15:45:21 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri:ວັນ​ທີ 1 ສິງຫານີ້ ​ເຈົ້າຫນ້າ​ທີ່​ຄະນະ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແຈ້ງ​ໃຫ້​ຊາບ​ວ່າ, ວຽກ​ງານ​ກະກຽມການ​ແຂ່ງຂັນ​ທຸກ​ດ້ານ​ຂອງ​ງາ​ນກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສຳ​ເລັດ​ໂດຍ​ພື້ນ​ຖານ, ນັບ​ມາ​ຮອດ​ປັດຈຸບັນ​ໄດ້​ມີ​ນັກ​ກິລາ 1 ຫມື່ນ 1028 ຄົນ​ໄດ້​ຮັບສິດເຂົ້າຮ່ວມ​ການ​ແຂ່ງຂັນ.

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ສູນ​ຖ​ະ​ແຫລ​ງຂ່າວ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ສິງຫານີ້, ທ່ານ​ຈ່າງ​ຈີ​ຫລົງ ຫົວຫນ້າ​ອະນຸ​ກຳມະການກິລາ​ຂອງ​ຄະນະ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ, ຄະນະ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຕິດຕໍ່ພົວພັນ​ກັບ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຂອງ 151 ປະ​ເທດ​ແລະ​ເຂດ​ແຄວ້ນ,​ແລະຮູ້​​ເປັນ​ທາງ​ການແລ້ວ​ວ່າຈະ​ມີ​ນັກ​ກິລາ 11028 ຄົນ​​ໄດ້​ຮັບ​ສິດ​ເຂົ້າຮ່ວມ​ການ​ແຂ່ງຂັນ.

ທ່ານ​ຈ່າງ​ຈີ​ຫລົງ​ກ່າວ​ວ່າ, ​ໃນ​ການ​ແຂ່ງຂັນ​ເປັນ​ເວລາ 19 ມື້​ແຕ່​ວັນ​ທີ 6 ຫາ​ວັນ​ທີ 24 ສິງຫານີ້,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ຈັດ​ການ​ແຂ່ງຂັນ 2173 ​ເທື່ອ, ຈະມີຫລຽນ​ຄຳສຳລັບ​​ແຂ່ງຂັນ 302 ລາຍການ.ຕາ​ຕະລາງ​ແຂ່ງຂັນ​ໄດ້ສັບ​ຊ້ອນ​ສຳ​ເລັດ​ແລ້ວ
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>