ລັດຖະບານ​ຈີນຈະດຳ​ເນີນ​ການ​ເຄື່ອນ​ໄຫວ​ປະ​ຢັດ​ພະ​ລັງ​ງານ​ທົ່ວ​ປວງ​ຊົນ

(GMT+08:00) 2008-08-02 18:57:22 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ​ເພື່ອສ້າງ​ສັງຄົມທີ່​ປະຢັດ​ຊັບພະຍາກອນ​ແລະ​ມີ​ໄມຕີ​ຈິດ​ກັບ​ສິ່ງ​ແວດ​ລ້ອມ,ລັດຖະບານ​ຈີນ​ຕົກລົງ​ດຳ​ເນີນການ​ເຄື່ອນ​ໄຫວ​ປະຢັດ​ພະລັງງານທົ່ວ​ປວງ​ຊົນ.ຫວ່າງ​ມໍ່ໆ​ນີ້ ຫ້ອງການ​ລັດຖະບານ​ໄດ້​ອອກ​ປະກາດ​ແຈ້ງ​ການໃຫ້​ພາກສ່ວນ​ຕ່າງໆ​​ແລະ​ແຫ່ງ​ຕ່າງໆ​ຈີນ.

​ປະກາດ​ແຈ້ງ​ການຂຽນ​ວ່າ,​ເນື້ອ​ໃນຕົ້ນຕໍ​ຂອງ​ການ​ເຄື່ອນ​ໄຫວ​ປະຢັດພະ​ລັງ​ງານທົ່ວ​ປວງ​ຊົນ​ລວມມີ: ບໍ່​ຂັບ​ລົດ​ມື້ໜຶ່ງ​​ໃນ​ແຕ່​ລະອາ​ທິດ; ຄວບ​ຄຸມ​ອຸນຫະພູມ​ຢູ່​ໃນ​ຫ້ອງ​ແອ;ຫຼຸດ​ໜ້ອຍ​ການ​ໃຊ້​ລິບ;ຄວບ​ຄຸມ​ຄວາມ​ສະຫວ່າງ​ຂອງ​ດອ​ກ​ໄຟຂ້າງ​ທາງ​ແລະ​ເຂດ​ທິວ​ທັດ;​ໃຊ້​ຖົງ​ຊື້​ຂອງ​ທີ່​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່​ງ​ແວດ​ລ້ອມ;ຫຼຸດ​ໜ້ອຍ​ການ​ໃຊ້​ສິ່ງ​ຂອງ​ທີ່​ໃຊ້​ໄດ້​ແຕ່​ເທື່ອ​ດຽວ.

ພ້ອມ​ກັນນັ້ນ ຫ້ອງການ​ລັດຖະບານ​ຍັງ​ໄດ້​ອອກ​ປະກາດ​ແຈ້ງ​ການກ່ຽວ​ກັບ​ວຽກ​ງານ​ປະຢັດ​ນ້ຳມັນ​ແລະ​ໄຟຟ້າຕື່ມ​ອີກ,ຮຽກຮ້ອງ​ໃຫ້​ພາກສ່ວນ​ຕ່າງໆ​ແລະແຫ່ງ​ຕ່າງໆ​ຍົກ​ສູງ​ປະສິດທິພາບ​ນຳ​ໃຊ້​ພະ​ລັງ​ງານ,ຜ່ອນຄາຍ​ສະພາບ​ເຄັ່ງ​ຕຶງ​ທີ່​ສະໜອງ​ນ້ຳມັນ​ເຊື້ອ​ໄຟ​ແລະ​ໄຟຟ້າ​ບໍ່​ພຽງພໍ,ຊຸກຍູ້​ໃຫ້​ເສດຖະກິດສັງຄົມ​​ພັດທະນາ​​ແບບຍືນ​ຍົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>