ເຂດ​ກາ​ຊາ​ເກີດ​ການ​ປະ​ທະ​ກັນ​ອີກ

(GMT+08:00) 2008-08-03 16:51:05 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 2 ສິງ​ຫາ​ນີ້, ອົງການ​ຮາ​ມັສກັບ​ຄອບ​ຄົວ​ເຮ​ລິ​ສທີ່​ສະໜັບ​ສະໜູນ​ອົງການ​ຟາ​ດາ​ໄດ້​ເກີດ​ການ​ປະ​ທະ​ກັນ​ດຸ​ເດືອດຢູ່​ນະຄອນ​ກາຊາ, ​ເຮັດ​ໃຫ້ 8 ຄົນ​ເສ​ຍຊີວິດ, ນອກ​ນີ້, ຍັງ​ມີ​ສະມາຊິກ​ຂອງ​ຄອບຄົວ​ເຮ​ລິສປະມານ 150 ກວ່າ​ຄົນໜີ​ໄປ​ອິສຣາ​ແອນ.

ໃນຜູ້​ບາດ​ເຈັບ, ມີ​ທ່ານ​ອາຮ​ເມັດ ​ເຮ​ລິ​ສ​ ສະມາຊິກ​ຂັ້ນ​ສູງ​ຂອງ​ຄອບຄົວ​ເຮ​ລິ​ສ, ຜູ້ນຳ​ທ້ອງ​ຖິ່ນ​ຂອງ​ອົງການຟາ​ດາ.

ວັນ​ທີ 2 ສິງ​ຫາ​ນີ້, ​ເຈົ້າ​ໜ້າ​ທີ່​ທະຫານ​ອິສຣາ​ແອນ​ເຜີຍ​ໃຫ້​ຮູ້​ວ່າ, ຍ້ອນ​ສາ​ເຫດ​ມະນຸດ​ສະທຳ, ມື້​ດຽວ​ກັນ, ທະຫານ​ອິສຣາ​ແອນ​ໄດ້​ເຫັນ​ດີກາ​ນຮ້ອງ​ຂໍ​ເຂົ້າ​ແດນ​ອິສຣາ​ແອນ​ຂອງ​ສະມາຊິກ​ຄອບຄົວ​ເຮ​ລິ​ສ.

ຂ່າວສານ​ວາ​ຟາ​ປາ​ເລັສຕິນ​ແຈ້ງ​ຂ່າວ​ວ່າ, ພາຍ​ຫຼັງ​ເກີດ​ການ​ປະ​ທະ​ກັນ​ແລ້ວ, ທ່ານ​ມາ​ຮມຸດ ອັບ​ບັສ ປະທານ​ອົງການ​ອຳນາດ​ແຫ່​ງຊາດ​ປາ​ເລັສຕິນ​ກ່າວ​ວ່າ, ການ​ກະທຳ​ດັ່ງກ່າວ​ຂອງ​ອົງການ​ຮາ​ມັສ​ເປັນ​ການ​ໂຈມ​ຕີ​ການ​ສົນ​ທະນາ​ຄວາມ​ປອງ​ດອງ​ຊາດ​ປາ​ເລັສຕິນ​ທີ່​ທ່ານ​ລິ​ເລີ່ມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>