ໃນ​ມື້​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ອາດ​ຈະ​ມີ​ຝົນຕົກ​ຊົ່ວຄາວ

(GMT+08:00) 2008-08-03 17:41:57 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI,ວັນ​ທີ3​ສິງຫາ​ນີ້,ຢູ່​ສູນ​ຖະ​ແຫຼ​ງຂ່າວ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ທ່ານ​ວາງ​ຈ້ຽນ​ເຈ ຮອງ​ຫົວໜ້າ​ພະ​ແນ​ກອຸຕຸ​ນິ​ຍົມ​ນະ​ຄອນ​ຫຼວງ​ປັກ​ກິ່ງກ່າວ​ວ່າ,​ໃນ​ມື້​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຄື​ວັນ​ທີ8​ສິງຫາ​ນີ້,ອາ​ດຈະ​ມີ​ຝົນຕົກ​ຊົ່ວຄາວ​. ຕາມ​ຜູ່​ຊ່ຽວຊານ​ອຸຕຸນິຍົມ​ວິ​ເຄາະ​ວ່າ,​ໃນ​ມື້​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ຄື​ວັນ​ທີ8​ສິງຫາ​ນີ້,ອາກາດ​ຂອງ​ປັກ​ກິ່ງ​ສ່ວນ​ຫຼາຍ​ແມ່ນ​ຟ້າ​ບົດມີ​ເມກ​ຫຼາຍ,ອຸນຫະພູມ​ສູງ​ສຸດ​ຢູ່​ລະຫວ່າງ30​ຫາ32​ອົງສາ​.ສ່ວນສະພາບ​ລະອຽດ​ກ່ຽວ​ກັບ​ອາກາດ​​ໃນ​ເວລາຈັດ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ,ຮອດ​ວັນ​ທີ6​ສິງຫາ​ນີ້​ຈິ່ງ​ຈະ​ພະຍາກອນໄດ້.

ແຕ່​ວ່າ,ພະ​ແນ​ກອຸຕຸນິຍົມ​ແລະ​ໜ່ວຍ​ງານ​ຈັດ​ ​ພິທີ​ໄຂ​ແລະ​ປິດ​ງານ​ໄດ້​ວາງ​ແຜນ​ລ່ວງ​ໜ້າ​ແລ້ວ​ເພື່ອ​ຮັບ​ມືກັບ​ອາກາດ​ຮ້າຍ​ແຮງ​ທີ່​ອາດ​ຈະ​ເກີດຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>