ເຈົ້າ​ຊີ​ວິດ​ໄທ​ຊົງ​ພະ​ປາ​ລະ​ມາ​ພິ​ໄທ​ບັນ​ຊີ​ລາຍ​ຊື່​ສະ​ມາ​ຊິກ​ຄະ​ນະ​ລັດ​ຖະ​ບານ​ສະ​ໝັກ​ສະ​ບັບ​ປັບ​ປຸງ

(GMT+08:00) 2008-08-03 18:57:03 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ຕອນ​ບ່າຍ​ວັນ​ທີ2​ສິງຫາ​ນີ້,ສົມ​ເດັດ​ພູມິ​ພົນ​ອະດົນຍະ​ເດດ ​ເຈົ້າ​ຊີວິດ​ຂອງ​ໄທ​ຊົງ​ພະລາຊະ​ດຳລັດ,ຊົງ​ພະ​ປາລະ​ມາ​ພິ​ໄທ​ບັນຊີ​ລາຍ​ຊື່​ຄະນະ​ລັດຖະບານ​ສະບັບ​ປັບປຸງທີ່​ທ່ານ​ສະໝັກ ສູນ​ທໍລະ​​ເວດ ນາຍົກລັດຖະມົນ​ຕີ​ຍື່ນ​ໃຫ້.

ອີງ​ຕາມ​ລາຊະ​ດຳລັດ​ຂອງ​ເຈົ້າ​ຊີ​ວັດ,ການ​ປັບປຸງ​ສະມາຊິກ​ຄະນະ​ລັດຖະບານ​ເທື່ອ​ນີ້​ກ່ຽວ​ພັນ​ກັບ11​ທ່ານ​ເຊັ່ນ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ແລະ​ຮອງ​ລັດຖະມົນຕີ​ເປັນ​ຕົ້ນ.​ໃນ​ນັ້ນ, ທ່ານ​ໝັ້ນ ພັດທະ​ໂນ​ໄທ ລັດຖະມົນຕີ​ວ່າການ​ກະຊວງ​​ເຕັກ​ໂນ​ໂລ​ຢີສາລະ​ສົນ​ເທດ​ແລະ​ການ​ສື່ສານ​ຊຸດ​ປັດຈຸບັນ ​ດຳລົງຕຳ​ແໜ່​ງຮອງ​ນາຍົກລັດຖະມົນຕີ​ໄປ​ພ້ອມ.​ທ່ານ​ໂກວິດ ວັດທະນະ ອະດີດ ຜູ່​ບັນຊາ​ການ​ສຳນັກງານ​ຕຳຫຼວດ​ແຫ່ງ​ຊາດໄທ​ເຂົ້າ​ແທນ​ທ່ານ​ສະ​ເຫຼີ​ມ ຢູ່​ບຳລຸງ ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ມະຫາດ​ໄທ.ນີ້​ແມ່ນ​ລັດຖະບານ​ສະໝັກ​ດຳ​ເນີນ​ການ​ປັບປຸງ​ຄະນະ​ລັດຖະບານ​ຢ່າງ​ຂະໜາດ​ໃຫຍ່​ຄັ້ງ​ທຳ​ອິດ​ນັບ​ແຕ່​ລັດຖະບານ​ສ້າງ​ຕັ້ງ​ຂຶ້ນ​ໃນ​ເດືອນ​ກຸມພາ​ປີ​ນີ້​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>