ປັກ​ກິ່ງກຽມພ້ອມ​ແລ້ວ​​ເພື່ອ​ຕ້ອນຮັບ​ງານ​​ໂອ​ລິ​ມປິກ

(GMT+08:00) 2008-08-04 15:59:46 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ4ສິງຫາ​ນີ້ ທ່ານ​ລິ​ວຈື້ ​ໂຄສົກ​ຂອງ​ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ກ່າວ​ວ່າ,ປັກ​ກິ່ງ​ໄດ້​ກຽມພ້ອມ​ທຸກ​ດ້ານ​ແລ້ວ,ສາມາດ​ຮັບປະກັນ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ.

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນຂ່າວ​ສາກົນ​ປັກ​ກິ່ງ,ທ່ານ​ລິວ​ຈື້​​ແ​ຈ້ງວ່າ,ນັບ​ແຕ່​ວັນ​ທີ20​ເດືອນ​ກໍລະກົດ​ແລ້ວ​ນີ້​ເປັນຕົ້ນ​ໄປ ປັກ​ກິ່ງ​ເລີ່​ມ​ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນການ​ອະນຸຍາດ​ໃຫ້ລົດຍົນ​ແລ່ນຕາມປ້າຍຄູ່ປາຍ​ຄີ​ກ ​ເຂົ້າ​ແລະ​ເລີກ​ການຕ່າງ​ໂມງກັນ,​ແລະ​ເປີດ​ແລ່ນ​ທາງ​ລົດ​ໄຟ​ໃຕ້​ດິນ​ໃໝ່3ສາຍ​ແລະ​ລົດ​ເມ​​ໂອ​ລິ​ມປິກ34 ສາຍ,​ເພື່ອ​ຮັບປະກັນ​ໃຫ້​ການ​ເດີນທາງ​​ສະດວກສະບາຍ; ​ສຳລັບ​ທີ່​ພັກ​ນັ້ນ ໃນ​ທົ່ວ​ເມືອງ​ມີ6​ແສນ6ໝື່ນ5ພັນຕຽງເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ​ໃນ​ໄລຍະ​ງານ​ໂອ​ລິ​ມປິກ; ນອກ​ນີ້,​ໃນ​ດ້ານ​ພະລັງງານ ຄວາມ​ປອດ​ໄພ​ຂອງ​ສະບຽງ​ອາຫານ ການ​ປິ່ນປົວ​ແລະ​ການ​ບໍລິການ​ ປັກ​ກິ່ງ​ໄດ້​ກຽມພ້ອມ​ເປັນ​ຢ່າງ​ດີ​ແລ້ວ,​ໂດຍ​ສະ​ເພາະ​ແມ່ນ​ຄຸນ​ນະພາ​ບ ທາງ​ອາກາດ​ໃນ​ອາທິດ​ທີ່​ຜ່ານ​ມາ​​ໄດ້​ບັນລຸ​ມາດຕະຖານ.

ທ່ານ​ລິວ​ຈື້ຍັງ​ກ່າວ​ວ່າ,ນັບ​ແຕ່​ຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ​ໃນ7ປີ​ກ່ອນ,ປະຊາຊົນ​ປັກ​ກິ່ງ​ອັນ​ໄພສານ​ກໍ່​ໄດ້​ພະຍາຍາມຮຽນ​ຄວາມ​ຮູ້ກ່ຽວ​ກັບ​ໂອ​ລິ​ມປິກ​ແລະ​ຮີດຄອງ​ປະ​ເພນີ​ຂອງ​ປະ​ເທດ​ຕ່າງໆ,ຕັ້ງໜ້າ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວອາສາສະໝັກ​ບໍລິການ​ໂອ​ລິ​ມປິກ,ປະຈຸ​ບັນ ​ເຂົາ​ເຈົ້າພວມຕ້ອນຮັບ​ແຂກຜູ່​ມີ​ກຽດ​ທີ່​ມາ​ຈາກ​​ແຫ່ງ​ຕ່າງໆ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>