ມາດ​ຕະ​ການ​ຊົ່ວ​ຄາວ​ເພື່ອ​ຫຼຸດ​ມົນ​ລະ​ພິດ​ຢູ່​ປັກ​ກິ່ງ​ພວມ​ໄດ້​ຮັບ​ຜົນ​ຢ່າງ​ເດັ່ນ​ຊັດ

(GMT+08:00) 2008-08-04 17:52:35 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສາ​ນຊິນ​ຮວາ,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ4​ສິງຫາ​ນີ້,ທ່ານ​ຕູ້​ຊ້າ​ວຈົ່ງ ຮອງ​ຫົວໜ້າ​ທັງ​ເປັນ​ໂຄສົກ​ຂ່າວຂອງ​ພະ​ແນ​ກອະນຸລັກ​ສິ່ງ​ແວດ​ລ້ອມ​ນະຄອນ​ປັກ​ກິ່ງ​ກ່າວ​ວ່າ,ມາດ​ຕະການ​ຊົ່ວຄາວ​ກ່ຽວ​ກັບ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ ປັກ​ກິ່ງທີ່​ພວມ​ປະຕິບັດ​ໃນ​ປັດຈຸບັນ​ໄດ້​ຮັບ​ ​ຜົນ​ຢ່າງ​ເດັ່ນ​ຊັດ,ອັນ​ໄດ້​ຮັບປະກັນ​ຄຸນ​ນະພາ​ບອາກາດ​ໃນ​ຍາມ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ແຂງ​ແຮ​ງ.

ທ່ານ​ກ່າວ​ວ່າ,​ນັບແຕ່​ຕົ້ນ​ເດືອນ​ກໍລະກົດ​ປີ​ນີ້​ມາ,ຄຸນ​ນະພາ​ບອາກາດ​ຂອງ​ປັກ​ກິ່ງ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນຕື່ມ​ອີກ​ເມື່ອທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ​ກາຍນີ້.​ໂດຍ​ສະ​ເພາະ​ແມ່ນ​ພາຍຫຼັງ​ປະຕິບັດ​ລະບຽບ​ການ​ຈຳກັດ​ການ​ແລ່ນ​ລົດ​ຕາມ​ປ້າຍຄີກປ້າຍຄູ່​ໃນ​ວັນ​ທີ20​ກໍລະກົດ​ແລ້ວ​ນີ້​ເປັນ​ຕົ້ນ​ໄປ, ​ມົນ​ລະ​ພິດ​ຊະນິດ​ຕ່າງໆ​ທີ່​​ເກີດ​ຂຶ້ນ​ຍ້ອນ​ຄວັນ​ລົດ​ໄດ້​ຫຼຸດ​ໜ້ອຍ​ລົງ ​ຢ່າງ​ເດັ່ນ​ຊັດ.

ຜູ່​ຊ່ຽວຊານ​ເຫັນ​ວ່າ​,​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,​ເຖິງ​ຈະ​ຢູ່​ໃຕ້​ເງື່ອນ​ໄຂ​ອາ​ກາດ​ທີ່​ບໍ່​ດີປານ​ໃດ,ຄວາມ​ສ່ຽງ​ທີ່​ຄຸນ​ນະພາ​ບອາກາດ​ຕ່ຳ​ກວ່າ​ມາດຕະຖານ​ມົນ​ລະ​ພິດ​ນັ້ນ​ກໍ່​ພວມ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>