ຄະນະນັກກິລາຂອງ158ປະເທດແລະເຂດແຄວ້ນ ເຂົ້າສູ່ບ້ານໂອລິມປິກແລ້ວ
(GMT+08:00) 2008-08-04 18:08:58 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິນຮວາ:ວັນທີ4ສິງຫານີ້,ທ່ານວ່າງຊືລິນ ຮອງຫົວໜ້າອະນຸກຳມະການພົວພັນສາກົນຂອງຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງກ່າວວ່າ,ນັບມາຮອດວັນທີ3ສິງຫານີ້,ໃນຄະນະນັກກິລາຂອງ205ປະເທດແລະເຂດແຄວ້ນທີ່ຈະເຂົ້າຮ່ວມງານກິລາໂອລິມປິກປັກກິ່ງນັ້ນ, ມີ158ຄະນະໄດ້ເຂົ້າສູ່ບ້ານໂອລິມປິກແລ້ວ.
ໃນກອງປະຊຸມຂ່າວທີ່ສູນຖະແຫຼງຂ່າວງານກິລາໂອລິມປິກຈັດຂຶນໃນມື້ດຽວກັນ,ທ່ານວາງຊືລິນຍັງແຈ້ງໃຫ້ຊາບວ່າ,ເພື່ອອຳນວຍການບໍລິການດ້ານພາສາທີ່ມີຄຸນນະພາບສູງ,ຄະນະກຳມະການຈັດງານກິລາໂອລິມປິກຮັບປະກັນໃຫ້ຜູ່ຊ່ວຍຕິດຕໍ່ພົວພັນແລະພະນັກງານຕິດຕາມທຸກຄົນລ້ວນແຕ່ມີຄວາມສາມາດສູງໃນການສື່ສານດ້ານພາສາ.ນອກນີ້,ທິມງານບໍລິການດ້ານພາສາຍັງໄດ້ສ້າງສູນບໍລິການດ້ວຍຫຼາຍພາສາໂດຍສະເພາະ,ເຊິ່ງມີ44ພາສາ.ສະມາຊິກຂອງມະຫາຄອບຄົວໂອລິມປິກຈະໄດ້ຮັບການບໍລິການດ້ານນີ້ໂດຍຜ່ານຈາກຜູ່ອຳນວຍຄວາມສະດວກດ້ານພາສາຂອງສະໜາມກິລາແຫ່ງຕ່າງໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ