ສື່ມວນຊົນໄທກ່າວວ່າ, ບ້ານໂອລິມປິກປັກກິ່ງໄດ້ສ້າງພາບປະທັບໃຈເລິກເຊິ່ງໃຫ້ແກ່ຄະນະນັກກິລາປະເທດຕ່າງໆ
(GMT+08:00) 2008-08-05 15:23:01 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI: ຫວ່າງມໍ່ໆນີ້, ໜັງສືພິມມະຕິຊົນຂອງໄທໄດ້ແນະນຳບ້ານໂອລິມປິກປັກກິ່ງດ້ວຍຮູບພາບແລະຕົວໜັງສື, ແລະກ່າວວ່າ, ບ້ານນີ້ທັງອະນຸລັກສິ່ງແວດລ້ອມທັງປະຢັດພະລັງງານ, ທັງທັນສະໄໝທັງເປັນແບບບູຮານ", ເຮັດໃຫ້ຄະນະນັກກິລາຂອງປະເທດຕ່າງໆທີ່ເຂົ້າພັກຢູ່ໃນບ້ານຢ່າງຕໍ່ເນື່ອງກັນນັ້ນມີພາບປະທັບໃຈອັນເລິກເຊິ່ງ.
ບົດຄວາມຊີ້ອອກວ່າ, ບ້ານໂອລິມປິກປັກກິ່ງໄດ້ສ່ອງແສງໃຫ້ເຫັນທັດສະນະຄະຕິທີ່ວ່າ"ໂອລິມປິກສີຂຽວ"ຢ່າງເຕັມສ່ວນ, ໄດ້ໃຊ້ເຕັກນິກກໍ່ສ້າງແບບມີໄມຕີຈິດກັບສິ່ງແວດລ້ອມ, ໄດ້ປະຢັດພະລັງງານ 2/3 ເມື່ອທຽບກັບສິ່ງກໍ່ສ້າງທຳມະດາ. ສິ່ງກໍ່ສ້າງທຸກຫຼັງໃນບ້ານໂອລິມປິກລ້ວນແຕ່ໄດ້ຄຸ້ມຄອງຕາມແບບໂຮງແຮມທັນສະໄໝ, ໄດ້ໃຫ້ຄວາມສຳຄັນຫຼາຍຕໍ່ການອະນຸລັກສິ່ງແວດລ້ອມ. ນອກນັ້ນ, ໃນດ້ານການອອກແບບແລະການຕົບແຕ່ງ, ບ້ານໂອລິມປິກກໍ່ໄດ້ເຮັດໃຫ້ສະໄໝນິຍົມກັບແບບບູຮານເຊື່ອມໂຍງເຂົ້າກັນຢ່າງຈົບງາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ