ງານກິລາໂອລິມປິກເຮັດໃຫ້ປັກກິ່ງພັດທະນາໄວກວ່າເກົ່າ
(GMT+08:00) 2008-08-06 11:15:01 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI,ໜັງສືພິມເຢິນມິນຢືປ້າວສະບັບຕໍ່ຕ່າງປະເທດ ວັນທີ6ສິງຫານີ້ໄດ້ພິມບົດຄວາມໂດຍຂຽນວ່າ,ຕັ້ງແຕ່ປັກກິ່ງຮ້ອງຂໍສິດເປັນເຈົ້າພາບຈັດງານກິລາໂອລິມປິກຢ່າງສຳເລັດຜົນໃນປີ2001ເປັນຕົ້ນມາ,ໃນເວລາ7ປີທີ່ກະກຽມຈັດງານກິລາໂອລິມປິກກໍ່ແມ່ນເວລາທີ່ລະດັບເສດຖະກິດແລະສັງຄົມຂອງປັກກິ່ງຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.ທາງລົດໄຟໃຕ້ດິນຫຼາຍສາຍໄດ້ເປີດໃຫ້ແລ່ນລົດ,ຕຶກອາຄານທີ່ທັນສະໄໝເປັນຫຼັງໆໄດ້ສ້າງຂຶ້ນຢ່າງຕໍ່ເນື່ອງ,ປັດຈຸບັນ,ປັກກິ່ງໄດ້ກາຍເປັນນະຄອນຫຼວງສາກົນທີ່ທັນສະໄໝແລ້ວ.
ບົດຄວາມຂຽນວ່າ,ການກະກຽມງານກິລາໂອລິມປິກເປັນເວລາ7ປີ,ອັດຕາຫວ່າງງານທີ່ຈົດທະບຽນຂອງນະຄອນປັກກິ່ງສະເລ່ຍແລ້ວຢູ່ໃນລະດັບ1,86%.ນະຄອນປັກກິ່ງໄດ້ປະຕິບັດລະບຽບ ປະກັນການປິ່ນປົວພື້ນຖານແລະລະບຽບປະກັນການບຳນານໃນຕົວເມືອງແລະຊົນນະບົດທັງໝົດແລ້ວ.ອັດຕາເດັກນ້ອຍເຖິງໄວຮຽນຮັບການສຶກສາພາກບັງຄັບໄດ້ຮັກສາຢ່ໃນູລະດັບ100%ສະເໝີມາ.ປີ2007,ຕາມຄາດຄະເນ,ອາຍຸຂອງຊາວເມືອງປັກກິ່ງສະເລ່ຍແລ້ວຍືນທີ່ສຸດ80,24ປີ,ສູງກວ່າປີ2001 4,39ປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ