ຄະນະນັກກິລາໂອລິມປິກປະເທດຕ່າງໆທະຍອຍກັນເດີນທາງມາຮອດປັກກິ່ງ
(GMT+08:00) 2008-08-06 16:38:44 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI:ວັນທີ 5 ສິງຫານີ້,ຄະນະນັກກິລາໂອລິມປິກປະເທດຕ່າງໆທີ່ມາເຂົ້າຮ່ວມງານກິລາໂອລິມປິກປັກກິ່ງໄດ້ທະຍອຍກັນເດີນທາງມາຮອດສະໜາມບິນສາກົນນະຄອນຫຼວງປັກກິ່ງແລະເຂົ້າພັກໃນບ້ານໂອລິມປິກ.
ເວລາ 5 ໂມງວັນທີ 5 ສິງຫານີ້,ນັກກິລາແລະຄູຝຶກງວດທຳອິດຂອງຄະນະນັກກິລາອັຟການິສະຖານໄດ້ເດີນທາງມາຮອດສະໜາມບິນສາກົນນະຄອນຫຼວງປັກກິ່ງ.ນັກກິລາອັຟການິສະຖານທີ່ເຂົ້າຮ່ວມງານກິລາໂອລິມປິກປັກກິ່ງເທື່ອນີ້ມີ 4 ຄົນ.
ຕອນເຊົ້າວັນທີ 5 ສິງຫານີ້,ຄະນະນັກກິລາໂອລິມປິກສ.ປ.ປ.ລາວໄດ້ເດີນທາງມາຮອດປັກກິ່ງ.ຄະນະນັກກິລາລາວລວມມີສະມາຊິກ 12 ຄົນ.ໃນເວລານາງພິໄລລັກ ສັກປະເສີດ ນັກກິລາແລ່ນແລະລານຂອງລາວໃຫ້ສຳພາດຕໍ່ນັກຂ່າວ CRI,ນາງກ່າວວ່າ,ນາງຮູ້ສຶກວ່າອາກາດຂອງປັກກິ່ງດີຫຼາຍ,ເໝາະສຳລັບການແຂ່ງຂັນ,ນາງຫວັງວ່າຕົນເອງຈະສາມາດສ້າງຜົນງານທີ່ດີໃນງານກິລາໂອລິມປິກຄັ້ງນີ້.
ຕອນເຊົ້າວັນທີ 5 ສິງຫານີ້,ຄະນະນັກກິລາເນປານແລະຄະນະນັກກິລາງວດທີ 3 ຂອງແຊກບີກໍ່ໄດ້ມາຮອດສະໜາມບິນສາກົນປັກກິ່ງ.ຕາມຮູ້ວ່າ,ແຊກບີໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 92 ຄົນ,ເຊິ່ງມີຈຳນວນພົນຫຼາຍກວ່າຄະນະນັກກິລາແຊກບີກັບມົງເຕເນໂກຼທີ່ເຂົ້າຮ່ວມງານກິລາໂອລິມປິກອາແຕນເມື່ອ 4 ປີກ່ອນ.
ຕອນບ່າຍວັນທີ 5 ສິງຫານີ້,ຄະນະນັກກິລາຫວຽດນາມງວດທຳອິດແລະຄະນະນັກກິລາຕັງຊານີໄດ້ມາຮອດປັກກິ່ງ.ຄະນະນັກກິລາຫວຽດນາມງວດທຳອິດລວມມີ 26 ຄົນ,ທ່ານຮວງວີນກຽງ ຮອງປະທານທັງເປັນເລຂາທິການໃຫຍ່ຄະນະກຳມະການໂອລິມປິກຫວຽດນາມເປັນຫົວໜ້າຄະນະ.ທ່ານຫງຽວນດັນໄທ ປະທານຄະນະກຳມະການໂອລິມປິກຫວຽດນາມໄດ້ມາຮອດປັກກິ່ງພ້ອມຄະນະ,ທ່ານຈະຮ່ວມກັບທ່ານຫງຽວນມີນຈຽດ ປະທານປະເທດຫວຽດນາມທີ່ຈະມາຮອດປັກກິ່ງໃນວັນທີ 7 ສິງຫານີ້ເຂົ້າຮ່ວມພິທີໄຂງານກິລາໂອລິມປິກປັກກິ່ງທີ່ຈະຈັດຂຶ້ນໃນວັນທີ 8 ສິງຫານີ້.
ຕອນທ່ຽງວັນທີ 5 ສິງຫານີ້,ພາຍໃຕ້ການນຳພາຂອງທ່ານໂມນີໂກ ພູເອນເພເວລາ ຫົວໜ້າຄະນະນຳທິມນັກກິລາຟີລິບປິນພ້ອມຄະນະໄດ້ມາຮອດປັກກິ່ງ.ວັນທີ 7 ສິງຫານີ້,ນາງກໍລໍເຣຍ ມາກາປາການ ອາໂຣໂຢ ປະທານາທິບໍດີຟີລິບປິນແລະປະທານສະມາຄົມກິລາຟີລິບປິນຈະມາຮອດປັກກິ່ງພ້ອມກັນເພື່ອເຂົ້າຮ່ວມພິທີໄຂງານກິລາໂອລິມປິກປັກກິ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ