ວຽກ​ງານ​ຮັບປະກັນ​ການ​ສັນຈອນ​ໃນ​​ໄລຍະ​ງານ​ໂອ​ລິ​ມປິກ​ໄດ້​ກຽມ​ພ້ອມແລ້ວ

(GMT+08:00) 2008-08-06 20:56:39 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ6 ສິງຫາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ເຮີ​ຈ້ຽນຈົ່ງ ​ໂຄສົກ​ກະຊວງ​ຄົມມະນາຄົມຂົນ​ສົ່ງ​ຈີນ​ກ່າວ​ວ່າ,ວຽກ​ງານ​ຮັບປະກັນ​ການ​ສັນຈອນ​ໃນ​ງານ​​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ກຽມ​ພ້ອມແລ້ວ,ປັດຈຸ​ບັນ​ໄດ້​ເຂົ້າ​ສະພາບປະຕິບັດ​ໜ້າ​ທີ່​ໃນ​​ເວລາການ​ແຂ່ງຂັນ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ມື້​ດຽວ​ກັນ,ທ່ານ​ເຮີ​ຈ້ຽນຈົ່ງ​ກ່າວ​ວ່າ,​ໃນ​ດ້ານ​ຮັບປະກັນ​ຂົນ​ສົ່ງ​ຜູ່​ໂດຍສານ,​ໄດ້​​ແຜນການ​ຕໍ່​ພະນັກງານທີ່​ຕິດ​ບັດງານ​​ໂອ​ລິ​ມປິກ,ຜູ່​ຊົມ​ທີ່​ມີ​ປີ້​ເບິ່ງ​ການ​ແຂ່ງຂັນ​ຈະ​ຂີ່​ລົດ​ເມ​ລ້າ​ແລະ​ລົດ​ທີ່​ຕິດ​ບັດງານ​ກິລາ​ໂອ​ລິມປິກ​ຈະ​ມີ​ເສັ້ນທາງ​ສະ​ເພາະ,ຮັບປະກັນ​ສາຍສະເພາະ​ທີ່ປົກ​ຄຸມສະຖານີ​ຂົນ​ສົ່ງ​ຢູ່​ສະໜາມ​ກິລາ​ທັງ​ໝົດ​ບໍລິ​ການ​ຢ່າງ​ເປັນ​ລະບົບ;​ໃນ​ດ້ານ​ຮັບປະກັນ​ການ​ຂົນ​ສົ່ງ​ວັດຖຸ,​ໄດ້​ຈັດວາງ​ໃຫ້​ຜ່ານ​ໄປ​​ໄດ້​ຂອງ​ລົດຍົນ"ທາງ​ສີຂຽວ"ສຳ​ລັບ​ການ​ຂົນ​ສົ່ງຜະລິດ​ຕະພັນກະສິກຳ,​ແລະ​ຈັດ​ຕັ້ງ​ກອງ​ລົດ​ຂົນ​ສົ່ງ​ສະ​ເພາະ.

ໃນ​ຂະນະ​​ທີ່​ຮັບປະກັນສັນຈອນ​ໃນ​ໄລຍະ​ການ​ແຂ່ງ​ຂັນ,ບັນດາຕົວ​ເມືອງ​ຊ່ອຍ​ຈັດງານ​ກິລາ​ໂອ​ລິ​ມປິກ​ໄດ້​ເພີ່ມການ​ຮັກສາ​ຄວາມ​ປອດ​ໄພ,ກວດກາ​ດ້ານ​ຕ່າງໆ​ໂດຍ​ຈຸດ​ໜັກ​ຄື​ສະຖານີ​ຂົນ​ສົ່ງ​ຜູ່ຈຸດ​ໜັກ​ແມ່ນສານ​ຕົ​ວ​ເມືອງ​ແລະ​ແຂວງ,ການ​ຂົນ​ສົ່ງ​ຜູ່​ໂດຍສານ​ທາງ​ນ້ຳ,ຄວາມ​ປອດ​ໄພ​ທ່າ​ກຳ​ປັ່ນ,ການ​ຂົນ​ສົ່ງ​ວັດຖຸ​ອັນຕະລາຍ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>