ຄ້າຍຊາວໜຸ່ມໂອລິມປິກປັກກິ່ງໄຂຂຶ້ນແລ້ວ
-----------------------------------------------------------------------------------------------------------------
ຕາມຂ່າວcri:ຕອນບ່າຍວັນທີ6 ສິງຫານີ້,ພິທີໄຂຄ້າຍຊາວໜຸ່ມໂອລິມປິກປັກກິ່ງຈັດຂຶ້ນຢູ່ປັກກິ່ງ.
ໃນພິທີໄຂຄ້າຍ,ທ່ານຊາມາລັນ ປະທານກິຕິມະສັກຂອງຄະນະກຳມະການໂອລິມປິກສາກົນຕາງໜ້າໃຫ້ທ່ານຊາກຣົກເກ ປະທານຄະນະກຳມະການໂອລິມປິກສາກົນກ່າວວ່າ,ງານໂອລິມປິກປັກກິ່ງຈະເປັນງານໂອລິມປິກທີ່ສຳເລັດຜົນທີ່ສຸດຄັ້ງໜຶ່ງໃນປະຫວັດສາດ,ປະສົບການຂອງສະມາຊິກຄ້າຍຢູ່ປັກກິ່ງຈະເຮັດໃຫ້ພວກເຂົາເຈົ້າລືນບໍ່ໄດ້ຕະຫຼອດຊີວິດຢ່າງແນ່ນອນ.
ກິດຈະກຳຄ້າຍຊາວໜຸ່ມໂອລິມປິກປັກກິ່ງຈະຈັດຂຶ້ນແຕ່ວັນທີ6ຫາວັນທີ17 ສິງຫານີ້,ຜູ່ຕາງໜ້າຊາວໜຸ່ມທີ່ດີເດັ່ນ480ກວ່າຄົນທີ່ມາຈາກ205ປະເທດແລະເຂດແຄວ້ນຈະເຕົ້າໂຮມຢູ່ປັກກິ່ງ.ຄ້າຍຊາວໜຸ່ມຈະດຳເນີນກິດຈະກຳສາມຫົວຂໍ້ຄືຮູ້ສຶກງານໂອລິມປິກປັກກິ່ງ,ແລກປ່ຽນຮໍ່າຮຽນແລະຊອກຮູ້ຈີນເພື່ອສະແດງຈິດໃຈທີ່ກົມກຽວກັນ,ຮູ້ສຶກແລະປະດິດຄິດສ້າງ.