ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງ​ພັກ​ກອມມູນິດ​ຈີນພົບ​ປະ​ແຂກ​ຫວຽດນາມ

(GMT+08:00) 2008-08-06 21:13:45 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ6 ສິງຫາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ວາງ​ເຈ່ຍ​ຢຸ້ຍ ຫົວໜ້າ​ຄະນະ​ພົວພັນ​​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້ພົບ​ປະ​ທ່ານ​ດິງ​ເທ​ຮຸຍກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາ​ມ,ຫົວໜ້າ​ຄະນະ​ບັນນາທິການ​ຂອງໜັງສືພິມ​ປະຊາຊົນຫວ​ຽດນາມ.

ສອງ​ຝ່າຍ​ຕັ້ງໜ້າ​ຕີ​ລາຄາ​ການ​ພົວພັນ​ລະຫວ່າງ​ສອງ​ພັກ​ສອງ​ປະ​ເທດ​ຈີນຫວຽດນາມ.ທ່ານ​ວາງ​ເຈ່ຍ​ຢຸ້ຍກ່າວ​ວ່າ,ພັກ​ກອມ​ມູນິດ​ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​​ມິດຕະພາບ​ລະຫວ່າງ​ສອງ​ພັກ​ໃນ​ຂົງ​ເຂດ​ຕ່າງໆ​ທີ່​ລວມທັງ​ສື່​ມວນ​ຊົນ​ຂອງ​ສອງ​ຝ່າຍ​ຕື່ມ​ອີກ,ພະຍາຍາມ​ຂະ​ຫຍາ​ຍ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນຫວຽດນາມ.

ທ່ານດິງ​ເທຮຸຍ​ກ່າວ​ວ່າ,ຫວຽດນາມ​ອວຍພອນ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກກິ່ງ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ຈົບງາມ,​ແລະ​ຫັນ​ວ່າ,ຜົນສຳ​ເລັດ​ຂອງ​ງານ​​ໂອ​ລິມປິກ​ປັກ​ກິ່ງ​ບໍ່ພ​ພຽງ​ແຕ່​ແມ່ນ​ກຽດຂອງ​ປະຊາຊົນ​ຈີນ​ເທົ່າ​ນັ້ນ,ຍັງ​ແມ່ນ​ກຽດ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ອາຊີ​ທີ່​ລວມທັງ​ຫວຽດນາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>