ແຂກຜູ້ມີກຽດຂອງຕ່າງປະເທດເດີນທາງມາຮອດປັກກິ່ງ
(GMT+08:00) 2008-08-07 10:55:38 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊີນຮວາ, ວັນທີ7ສິງຫານີ້, ສະໜາມບິນສາກົນປັກກິ່ງຈະໄດ້ຕ້ອນຮັບປະມຸກລັດ ຫົວໜ້າລັດຖະບານແລະສະມາຊິກພະບໍລົມມະວົງສານຸວົງຂອງ50ກວ່າປະເທດ, ເຂົາເຈົ້າຈະເຂົ້າຮ່ວມພິທີໄຂງານກິລາໂອລິມປິກປັກກິ່ງທີ່ຈັດຂຶ້ນໃນວັນທີ8ສິງຫານີ້ພ້ອມດ້ວຍກິດຈະກຳທີ່ກ່ຽວຂ້ອງ.
ແຂກຜູ້ມີກຽວທີ່ເດີນທາງມາຮອດປັກກິ່ງໃນວັນທີ7ສິງຫານີ້ມີ, ທ່ານຈັອຈ ບຸສ ປະທານາທິບໍດີອາເມລິກາ, ທ່ານວຼາຕີເມຍ ປູຕິນ ນາຍົກລັດຖະມົນຕີຣັດເຊຍ, ທ່ານຮາມິດ ຄາຈາອີ ປະທານາທິບໍດີອັຟການີສະຖານ, ທ່ານຊີມົນ ເປເຣັສ ປະທານາທິບໍດີອິສຣາແອນ, ທ່ານນາມບາຣີອິນ ເອັນກ໌ຣ໌ບາຢາ ປະທານາທິບໍດີມົງໂກລີ, ທ່ານເຈປານ ເມຊິກ ປະທານາທິບໍດີໂກຼອັດຊີ, ທ່ານຣາອຽນ ບາເຊັສກູ ປະທານາທິບໍດີລູມານີ, ນາງໂກຼເຣຍ ມາຄາປາກັນ ອາໂຣໂຢ ປະທານາທິບໍດີຟິລິບປິນ, ທ່ານຫງວຽນມິງເຕັດ ປະທານປະເທດຫວຽດນາມ, ທ່ານເຄວິນ ມິເຊັວ ຣຸດ ນາຍົກລັດຖະມົນຕີອົສຕຼາລີ, ທ່ານສະໝັກ ສຸນທໍລະເວດ ນາຍົກລັດຖະມົນຕີໄທແລະສົມເດັດມະຫາ ຊັກຣີ ຊິຣິນທອນ ເຈົ້າຍິງໄທ.
ອີງຕາມຕົວເລກຂອງກະຊວງການຕ່າງປະເທດ, ໄດ້ມີບຸກຄົນສຳຄັນທາງການເມືອງ80ກວ່າທ່ານໄດ້ຕົກລົງຈະມາເຂົ້າຮ່ວມພິທີໄຂງານກິລາໂອລິມປິກປັກກິ່ງພ້ອມດ້ວຍກິດຈະກຳທີ່ກ່ຽວຂ້ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ