ທ່ານອີຈ້າຍຊິງ​ຮັບ​ເລືອກ​ເປັນ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ

(GMT+08:00) 2008-08-07 13:33:09 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 7 ສິງຫາ​ນີ້, ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 120 ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ອີ​ຈ້າຍ​ຊີງ​ໄດ້ຮັບ​ເລືອກ​​ເປັນ​ຮອງ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ, ​ແລະ​ເປັນ​ຄົນ​ຈີນ​ຜູ້​ທີ​ສອງ​ທີ່​ໄດ້​ຮັບ​ໜ້າ​ທີ່​ຕຳ​ແໜ່ງທີ່​ສຳຄັນດັ່ງ​ກ່າວຖັດຈາກ​ທ່ານ​ເຫີ​ເຈີ້ນ​ລຽງ.

ກຳມະການ​ໂອ​ລິ​ມປິກ​ສາກົນ 96 ທ່ານ​ໄດ້​ເຂົ້າຮ່ວມ​ການ​ປ່ອນ​ບັດ​ໃນ​ວັນ​ທີ 7 ສິງຫານີ້. ​ໃນ​ຈຳນວນບັດ​ເລືອກ​ຕັ້ງ 94 ບັດ​ນັ້ນ, ທ່ານ​ອີ​ຈ້າຍ​ຊີງ​ໄດ້​ຮັບ 84 ບັດ.

ທ່ານ​ອີ​ຈ້າຍ​ຊີງ​ປີ​ນີ້ອາຍຸ 57 ປີ, ​ປັດຈຸບັນ​ເປັນ​ຮອງຫົວ​ໜ້າກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ ​ທັງ​ເປັນ​ຮອງ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຂອງຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>