ຫົວ​ໜ້າ​ຄະນະ​ນັກ​ກິລາ​ສິງກະ​ໂປ​ບອກ​ວ່າ ບໍ່​ຕ້ອງ​ເປັນ​ຫ່ວງ​ນຳ​ຄຸນ​ນະພາ​ບອາ​ກາດ​ແລະ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ຂອງ​ປັກ​ກິ່ງ

(GMT+08:00) 2008-08-07 17:03:15 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI:ວັນ​ທີ 6 ສິງຫາ​ນີ້,ຢູ່​ປັກ​ກິ່ງ,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI,ທ່ານ​ເຊີນ​ອີງ​ລຽງ ຫົວໜ້າ​ຄະນະ​ນັກ​ກິລາສິງກະ​ໂປ​ກ່າວ​ວ່າ,ບໍ່ຕ້ອງ​ເປັນ​ຫ່ວງ​ນຳ​ບັນຫາ​ຄຸນ​ນະພາ​ບອາກາດ​ແລະ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ຂອງ​ປັກ​ກິ່ງ.

ທ່ານ​ເຊີນ​ອີງ​ລຽງ​ກ່າວ​ວ່າ:"ຄະ​ນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໄດ້​ກ່າວ​ວ່າ,ຄຸນ​ນະພາ​ບອາກາດ​ຂອງ​ປັກ​ກິ່ງ​ດີ​ຫຼາຍ,ບໍ່​ມີ​ບັນ​ຫາຫຍັງ.ທີ່​ຈິງ​ແລ້ວ,​ເວົ້າ​ສຳລັບ​ພວກ​ຂ້າພະ​ເຈົ້າ​ແລ້ວ​ກໍ່​ບໍ່​ມີ​ບັນຫາ​ຫຍັງ​ເລີຍ.ຂ້າພະ​​ເຈົ້າ​ເຫັນ​ວ່າ,ອາຫານ​ຂອງ​ບ້ານ​ໂອ​ລິ​ມປິກ​ແລະ​ໂຮງ​ແຮມ​ກໍ່​ປອດ​ໄພ​ຫຼາຍ."ທ່ານ​ເຊີນ​ອີງ​ລຽງຍັງ​ກ່າວ​ວ່າ,ທ່ານ​ຮູ້​ສຶກ​ພໍ​​ໃຈ​ທີ່​ສຸດ​ຕໍ່​ບ້ານ​ໂອ​ລິ​ມປິກ​ທີ່​ສະອາດ​ແລະ​ອາສາ​ສະໝັກ​ທີ່ຍິ້ມ​ແຍ້ມ​ແຈ່ມ​ໃສ​ດີ​ບໍລິການ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>