ທ່ານຫູຈິນທາວພົບປະກັບທ່ານຈູມມະລີ ໄຊຍະສອນ
(GMT+08:00) 2008-08-07 19:37:17 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຈີນ: ຕອນເຊົ້າວັນທີ7ສິງຫານີ້ ຢູ່ຫໍສະພາປະຊາຊົນທີ່ປັກກິ່ງ ທ່ານຫູຈິນທາວ ປະທານປະເທດຈີນໄດ້ພົບປະຜູ່ນຳ5ປະເທດ,ໃນນັ້ນກໍ່ມີທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວທີ່ມາເຂົ້າຮ່ວມພິທີໄຂງານກິລາໂອລິມປິກປັກກິ່ງ,ທ່ານປະທານຫູຈີນທາວຍິນດີຕ້ອນຮັບພວກທ່ານມາເຂົ້າຮ່ວມພິທີໄຂງານກິລາໂອລິມປິກປັກກິ່ງ.
ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວແມ່ນຜູ່ນຳຕ່າງປະເທດຜູ່ທຳອິດທີ່ທ່ານຫູຈິນທາວພົບປະໃນບັນດາທ່ານທີ່ມາເຂົ້າຮ່ວມພິທີໄຂງານໂອລິມປິກ,ຈາກນັ້ນກໍເລີ່ມເປີດການເຄື່ອນໄຫວທາງການທູດ"ໂອລິມປິກ"ໃນໄລຍະງານໂອລິມ ປິກປັກກິ່ງຂອງຜູ່ນຳລະດັບສູງຂອງຈີນ.ເມື່ອ2ປີກ່ອນ,ທ່ານປະທານຫູຈິນທາວເຄີຍມາຢ້ຽມຢາມລາວແລະພົບປະເຈລະຈາກັບທ່ານຈູມມະລີ ໄຊຍະສອນຢູ່ວຽງຈັນ.
ມື້ດຽວກັນ,ທ່ານອູປາງໂກ ປະທານສະພາປະຊາຊົນແຫ່ງຊາດຈີນກໍ່ໄດ້ພົບປະທ່ານປະທານຈູມມະລີ ໄຊຍະສອນ.
ມື້ດຽວກັນ,ທ່ານຫູຈີນທາວຍັງໄດ້ພົບປະທ່ານທາຕີຊີ ປະທານາທິບໍດີແຊກບີ,ທ່ານລູກາເຊັນໂຄ ປະທານາທິບໍດີເບລາຣຸດຊີ,ທ່ານອຸຢັດໂນເວັສ ປະທານາທິບໍດີມົງເຕເນໂກຼ ແລະທ່ານລູລາ ປະທານາທິບໍດີເບຼຊິນ.
ໃນເວລາພົບປະກັບຜູ່ນຳ5ປະເທດ,ທ່ານຫູຈິນທາວລ້ວນແຕ່ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ລັດຖະບານແລະປະຊາຊົນ5ປະເທດດັ່ງກ່າວທີ່ໃຫ້ຄວາມເຫັນໃຈອັນຈິງໃຈແລະການຊ່ວຍເຫຼືອອັນລ້ຳຄ່າແກ່ປະຊາຊົນຈີນໃນເວລາປະສົບໄພແຜ່ນດິນໄຫວອັນຮຸນແຮງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ