ບຸກຄົນ​ສຳຄັນ​ທາງ​ການ​ເມືອງຂອງ​ປະ​ເທດ​ຈຳນວນ​ໜຶ່ງ​​ເຊື່ອ​ວ່າ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ​ແນ່​ນອນ.

(GMT+08:00) 2008-08-08 11:03:27 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI,ວັນ​ທີ7​ສິງຫາ​ນີ້,ບຸກຄົນ​ສຳຄັນ​ທາງ​ການ​ເມືອງ​ຂອງ​ຕ່າງ​ປະ​ເທດ​ແລະ​ຜູ່​ນຳ​ອົງ​ການ​ຈັດ​ຕັ້ງ​ສາກົນ​ຈຳ​ນວນ​ໜຶ່ງ​ພາ​ກັນ​ກ່າວ​ວ່າ,​ເຊື່ອ​ວ່າ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ​ຢ່າງ​ແນ່​ນອນ.

ກ່ອນມື້​ໄຂ​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ,ທ່ານ​ຈາ​ເວ​ຍ​ໂຊ​ລາ​ນາ ຜູ່​ແທນ​ຊັ້ນ​ສູງ​ທີ່​ຮັບ​ຜິດ​ຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແລະ​ຄວາມ​ປອດ​ໄພ​ຂອງ​ສະຫະພາບ​ເອີ​ລົບ​ໄດ້​ສົ່ງ​ຈົດ​ໝາຍ​ອວຍ​ພອນ​ໄປ​ຍັງ​ທ່ານ​ຢ່າງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ,​ອວຍ​ພອນ​ໃຫ້​ງານ​ກິລາ​ໂອລິມປິກ​ປັກ​ກິ່ງ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.​ທ່ານ​ໂຊ​ລາ​ນາ​ກ່າວ​ວ່າ,​ສະ​ຫະ​ພາບ​ເອີ​ລົບ​ເຄົາ​ລົບ​ນັບ​ຖື​ລັດ​ຖະ​ບານ​ຈີນ​ທີ່​ທຳ​ຄວາມ​ພະຍາຍາມ​ເພື່ອ​ກະກຽມຈັດ​ງານ​ກິລາ​ໂອ​ລິ​ມປິກ,​ແລະ​ຄອງ​ຄອຍ​ທີ່​ສຸດ​ໃຫ້​ງານ​ມະ​ໂຫ​ລານ​ທີ່​ມີ​ມິດ​ຕະ​ພາບ​ແລະ​ນ້ຳ​ໃຈ​ກິລາ​ເຊື່ອມ​ໂຍງ​​ເຂົ້າກັນ​ເທື່ອ​ນີ້.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ,ທ່ານ​ຟູ​ຄູ​ດາ ຢາ​ຊູ​ໂອ ນາຍົກລັດຖະມົນຕີຍີ່ປຸ່ນ​ກ່າວ​ເນັ້ນ​ວ່າ,​ປີ​ນີ້​ເວົ້າ​ສຳລັບ​ຈີນ​ແລ້ວ​ແມ່ນ​ປີ​ທີ່​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ກໍ່​ແມ່ນ​ການ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍນອກຄົບຮອບ30​ປີ.ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ຈະ​ເປັນ​ເລື່ອງ​ສຳ​ຄັນ​ທີ່​ມີ​ຄວາມ​ໝາຍ​ເປັນ​ສັນຍະລັກ​ໃຫ້​ແກ່​ການ​ສະຫຼຸບ​ການ​ພັດທະນາ​ນັບ​ມາ​ຮອດ​ປັດຈຸບັນ​ແລະ​ກ້າວ​ໄປ​ສູ່ໄລຍະ​ພັດທະນາ​ໃໝ່.

ໃນ​ເວລາ​ໃຫ້​ສຳພາດ​ຢູ່​ທີ່​ປັກ​ກິ່ງ,ທ່ານ​ຄານ​ຄອດ ມາ​ຕາສ​ເກ​ເລ​ເກ​ເລ ປະ​ທາ​ນາ​ທິ​ບໍ​ດີ​ວາ​ນູອາ​ຕູ ທີ່​ຈະ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ,​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ເປັນ​ງານ​ໂອ​ລິ​ມປິກ​ທີ່​ສຳ​ເລັດ​ຜົນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>