ບົດ​ນຳ​ຂອງ​ໜັງ​ສື​ພິມ​ປະຊາຊົນ​ລາຍ​ວັນ​ຊົມ​ເຊີຍ​ການ​ໄຂ​ງານ​ກິລາ​ໂອ​ແລັມ​ປິກ​ລະ​ດູ​ຮ້ອນ​ຄັ້ງ​ທີ 29

(GMT+08:00) 2008-08-08 12:50:24 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ໜັງສືພິມ​ປະຊາຊົນ​ລາຍ​ວັນ​ຂອງ​ຈີນ​ສະບັບ​ວັນ​ທີ 8 ສິງຫາ​ນີ້​ໄດ້​ພິມ​ບົດ​ນຳ​ທີ່​ພາດ​ຫົວ​ເລື່ອງ​ວ່າ"​ໂລກ​ດຽວ​ກັນ ຄວາມ​ຝັນ​ດຽວ​ກັນ",​ໂດຍ​ໄດ້​ສະ​ແດ​ງຄວາມ​ຊົມ​ເຊີຍ​ຢ່າງ​ອົບ​ອຸ່ນ​ຕໍ່​ການ​ໄຂ​ງານ​ກິລາ​ໂອ​ແລັມປິກ​ລະດູ​ຮ້ອນ​ຄັ້ງທີ 29 ຢູ່​ປັກ​ກິ່ງ.

ບົດ​ນຳ​ຂຽນ​ວ່າ,​ເມື່ອ​ໜຶ່ງ​ສະຕະວັດ​ກ່ອນນີ້,​ບຸກຄົນ​ຜູ້​ມີ​ຄວາມ​ຮູ້​ຂອງ​ຈີນ​ມີ​ຄວາມ​ຄອງ​ຄອຍ​ແລະ​ຖາມ​ວ່າ"​ເມື່ອ​ໃດ​ຈີນ​ຈຶ່ງ​ສາມາດ​ຈັດ​ງານ​ກິລາ​ໂອ​ແລັມປິກ?"; ມື້​ນີ້ ​ໂອ​ແລັມປິກ​ທີ່​ມີ​ປະຫວັດ​ສາດ​ຍາວ​ນານ​ກັບ​ອາ​ລິ​ຍະ​ທຳ​ຕາ​ເວັນ​ອອກ​ທີ່​ມີ​ກົກ​ເຄົ້າ​ເຫງົ້າ​ມູນ​ຍາວ​ໄກ​ໄດ້​ເຊື່ອມ​ໂຍງ​ເຂົ້າກັນ, ​ປະຊາຊົນ​ຈີນ 1 ຕື້ 300 ລ້ານ​ຄົນ​ໄດ້ເອົາ​ຄວາມ​ຝັນຂອງ​ຕົວ​ເຊື່ອມ​ເຂົ້າ​ໃນ​ໂອ​ແລັມປິກ.

ບົດ​ນຳ​ຂຽນ​ວ່າ,​ງານ​ກິລາ​ໂອ​ແລັມປິກ​ມາ​ຮອດ​ປະ​ເທດ​ຈີນ​ທີ່​ມີ​ປະຊາກອນ 1 ສ່ວນ 5 ຂອງ​ໂລກ​​ແມ່ນມີ​ຄວາມ​ໝາຍ​ບໍ່​ທຳ​ມະ​ດາທີ່​ສຸດ. ນີ້​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ໂລກ​ທີ່​ມີ​ຕໍ່​ຈີນ,​​ແລະກໍ​ແມ່ນ​ສິ່ງ​ທີ່​ຈີນ​ອຸທິດຕໍ່​ໂລກ, ງານ​ກິລາ​ໂອ​ແລັມປິກ​ຈັດ​ຂຶ້ນຢູ່​ປັກ​ກິ່ງ"ຈະ​ເປັນ​ການ​ເອົາ​ມໍລະດົກ​ທີ່​ລ້ຳ​ຄ່າ​ແລະ​ໜຶ່ງ​ບໍ່​ມີ​ສອງຈົ່ງ​ໄວ້​ໃຫ້​ຈີນ​ແລະ​ໂລກ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>