ທ່ານ​ຊີ​ຈິ້ນ​ຜິ​ງ​ພົບ​ປະ​ຜູ່​ນຳ​ຂອງ​ສປປ​ເກົາ​ຫລີ​ແລະ​ອາ​ລາ​ບີ​ຊາ​ອຸ​ດິດ

(GMT+08:00) 2008-08-08 16:45:35 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 8 ສິງຫານີ້,ຢູ່​ປັກ​ກິ່ງ,ທ່ານ​ຊີ​ຈິ້ນ​ຜິ​ງ ຮອງ​ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ກິມຢົງ​ນາມ ປະທານ​ຄະນະ​​ປະຈຳ​ສະພາ​ປະຊາຊົນ​ສູງ​ສຸດ​ແຫ່ງສາທາລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ​ເກົາຫລີ​ແລະ​ສະ​ເດັດ​ບານ​ດາ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ອາ​ລາ​ບີ​ຊາ​ອຸ​ດິດທີ່​ມາ​ເຂົ້າຮ່ວມ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ.​

​​ໃນ​​ເວລາ​ພົບ​ປະ​ກັບ​ທ່ານ​ກິມຢົງ​ນາມ, ທ່ານ​ຊີ​ຈິ້ນ​ຜິ​ງກ່າວ​ວ່າ, ການ​ສືບທອດ​ແລະ​ຂະຫຍາຍ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ສາທາລະນະ​ລັດ​ປະຊາ​ຊົນ​ປະຊາທິປະ​ໄຕ​ເກົາຫລີ​ທີ່​ຜູ່​ນຳ​ຮຸ່ນ​ກ່ອນ​ຂອງ​ສອງ​ປະ​ເທດ​ສ້າງ​ຂຶ້ນ​ແລະ​ບົ່ມ​ເພາະ​ໄປ​ທຸກ​ເຊັ່ນ​ຄົນນັ້ນ​ແມ່ນ​ຫນ້າ​ທີ່​ພ້ອມ​ກັນ​ຂອງ​ທັງ​ສອງ​ຝ່າຍ.

ທ່ານກິມຢົງ​ນາມ​ກ່າວ​ວ່າ, ສາທາລະນະ​ລັດ​ປະຊາຊົນ ປະຊາທິປະ​ໄຕ​ ​ເກົາຫລີ​ຍິນ​ດີ​ພ້ອມ​ກັບ​ຈີນ​ທຳ​ຄວາມ​ພະຍາຍາມ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ໄປ​ຫນ້າ​ຕື່ມ​ອີກ.

​ໃນ​ເວລາ​ພົບ​ປະ​ກັບ​ສະ​ເດັດ​ບານ​ດາ,ທ່ານ​ຊີ​ຈິ້ນ​ຜິ​ງກ່າວ​ວ່າ,ຈີນ​ຍິນ​ດີ​ພ້ອມ​ກັບ​ອາ​ລາ​ບີ​ຊາ​ອຸ​ດິດ​ເປີດ​ກວ້າງ​ການ​ໄປມາຫາ​ສູ່​ກັນ​ຢ່າງ​ມີ​ມິ​ດຕະພາບ, ຊຸກ​ຍູ້​ມິ​ດຕະພາບ​ແລະ​ການ​ພົວພັນ​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ຝ່າຍຈະ​ໄດ້​ຮັບ​ຫມາກຜົນ​ໃຫມ່​ເລື້ອຍ​ໆ.

ສະ​ເດັດ​ບານ​ດາ​ກ່າວ​ວ່າ, ອາ​ລາ​ບີ​ຊາ​ອຸ​ດິດ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ພົວພັນ​ມິດຕະພາບ​ແລະ​ການຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ​ກັບ​ຈີນ.ທ່ານ​ອວຍພອນ​ໃຫ້​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງ​ໄດ້​ຮັບ​ຜົນ​ເຕັມ​ເມັດ​ເຕັມ​ຫນ່ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>