ກ່ອນ​ພິ​ທີ​ໄຂ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ຈະ​ຈັດ​ການ​ສະ​ແດງ​ຟ້ອນ​ຊົນ​ເຜົ່າ​ແລະ​ພື້ນ​ເມືອງ

(GMT+08:00) 2008-08-08 16:50:30 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ທ່ານ​ຜ່ານ​ຈື້ທ່າວ ຫົວຫນ້າ​ຫ້ອງການ​ການສະ​ແດງ​ກ່ອນ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ, ກ່ອນ​ພິທີ​ໄຂງານ​ໂອ​ລິ​ມປິກ​ປັກ​ກິ່ງ,ຈະ​ຈັດການ​ສະ​ແດງ​ຟ້ອນ​ຊົນ​ເຜົ່າ​ແລະ​ພື້ນ​ເມືອງທີ່​ຫນ້າ​ເບິ່ງ​.

ທ່ານ​ຜ່ານ​ຈື້ທ່າວ​ກ່າວ​ວ່າ, ການສະ​ແດງ​ຈະ​ຈັດ​ຂຶ້ນ​ໃນ​ເວລາ 17 ​ໂມງ 40 ນາທີ​ໃນ​ມື້​ນີ້.ຄະນະ​ຟ້ອນ​ຊົນ​ເຜົ່າ 27 ຄະນະ​ທີ່​ມາ​ຈາກ​ແຂວງ​ເຫີ​ນ​ໄປ ​ເຂດ​ຕິ​ເບ​ດ ​ເຂດ​ຊິນ​ຈ່ຽງ​ ຮົງ​ກົງ​ແລະ​ອື່ນໆ​ຈະຜັດປ່ຽນ​ກັນ​ເຂົ້າຮ່ວມ​ການສະ​ແດງ​.

ການ​ຟ້ອນຊົນ​ເຜົ່າ​​ແລະພື້ນ​ເມືອງ​​ທີ່​ມີ​ການ​ບັນທຶກ​ໄວ້​ຂອງ​ຈີນ​ມີ 1 ຫມື່ນ 8 ພັນ​ກວ່າ​ຊະນິດ,ການ​ຟ້ອນ 27 ຊະນິດ​ທີ່​ຈະ​ສະ​ແດງ​ກ່ອນ​ພິທີ​ໄຂນັ້ນສ່ວນ​ຫລາຍ​ຖືກ​ຈັດ​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ແມ່ນ​ວັດຖຸ​ຂອງ​ຈີນ​ແລ້ວ.

​ໃນ​ການສະ​ແດງ​ເປັນ​ເວລາ​ປະມານ 1 ຊົ່ວ​ໂມງ​ກັບ 15 ນາທີ, ຈະ​ມີ​ນັກສະ​ແດງ 3600 ກວ່າ​ຄົນ​ເຂົ້າຮ່ວມ,​ໃນ​ນັ້ນມີ​ຊາວ​ຫນຸ່​ເຜົ່າ​ຈຽງ 20 ກວ່າ​ຄົນ​ທີ່​ມາ​ຈາກ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແຂວງ​ເສ​ສວນ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>