ຄະນະ​ກຳມະການ​ຈັດ​ຕັ້ງ​​ໂອ​ລິ​ມປິກ​ສາກົນ​ຍ້ອງຍໍ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ

(GMT+08:00) 2008-08-09 12:32:03 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ຕອນ​ຄຳ​ວັນ​ທີ 8 ສີ​ງຫາ​ນີ້, ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຄັ້ງ​ທີ 29 ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການຢູ່"ຮັງ​ນົກ"​ ສະໜາມກິລາ​ແຫ່ງ​ຊາດ​ປັກ​ກິ່ງ. ພາຍຫຼັງ​ພິທີ​ໄຂ​ງານ​ສິ້ນ​ສຸດ​ລົງ​ແລ້ວ, ທ່ານ​ຊາກຣົກ​ເກ ປະທານ​ຄະນະ​ກຳ​ມະ​ການ​ໂອ​ລິ​ມປິກ​ສາກົນ​ຍ້ອງຍໍ​ວ່າ​ງານ​ຊຸມນຸມ​ອັນມະ​ໂຫລານ​ດັ່ງກ່າວ​ຈະ​"​ເຮັດ​ໃຫ້​ຄົນ​ບໍ່ລືມ​ຈັກ​ເທື່ອ".

ທ່ານຣົກ​ເກ​ກ່າວ​ວ່າ, ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ທາງ​ດ້ານຈິນຕະນາການ ລັກສະນະ​ປະດິດ​ສ້າງ​ເຄຫະ​ສະຖານ​ແລະ​ພະລັງ​​ແຮງ​ຂອງ​ຄົນ​ຈີນ​ຢ່າງ​ສົມບູນ; ສະໜາມກິລາ"ຮັງ​ນົກ"ຍິ່ງແມ່ນ​​ເຄຫະ​ສະຖານ​ອັດສະຈັນ​ໃໝ່​ອ່ຽມຂອງ​ໂລກອີກ​ແຫ່ງ​ໜຶ່ງ, ​​ເຂົ້າກັນ​ດີ​ກັບ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ທີ່​ດີ​ເລີດ; ພິທີ​ມີ​ເຮັດ​ໃຫ້​ຄົນ​ຕື້ນ​ຕັນ​ໃຈ​ແລະ​ບໍ່​ມີ​ວັນລືມ, ນີ້​ແມ່ນ​ຂອງຂວັນ​ອັນ​ລ້ຳ​ຄ່າ​ທີ່​ມອບ​ໃຫ້​ນັກ​ກິລາ​ຂອງ​ທົ່ວ​ໂລກ​ແລະ​ນ້ຳ​ໃຈ​ໂອ​ລິ​ມປິກ, ຜູ້​ຊົມ​ທົ່ວ​ໂລກ​ລ້ວນ​ແຕ່​ເປັນ​ພິຍານ​ໃຫ້​ແກ່​ສິ່ງ​ທັງ​ໝົດ​ເຫຼົ່າ​ນີ້.

ທ່ານ​​ເຮັນ ​ເວີ​ບຼູ​ເກນ ປະທານ​ຄະ​ນະ​ປະສານ​ງານ​ກັບ​ງານໂອ​ລິ​ມປິກ​ປັກ​ກິ່ງ​ຂອງ​ຄະນະ​ກຳມະການ​​ໂອ​ລິ​ມປິກ​ສາກົນ​ຊີ້​ອອກ​ວ່າ, ຄວາມ​ສຳ​ເລັດ​ຜົນ​ຂອງພິທີ​ໄຂ​ງານ​ໂອ​ລິມປິກ​ປັກ​ກິ່ງບອກ​ໃຫ້​ຮູ້ລ່ວງ​ໜ້າ​ວ່າວ​ຽກງານ​ຈັດ​ຕັ້ງ​ການ​ແຂ່ງຂັນ​ໃນຂັ້ນ​ຕໍ່​ໄປ​ກໍ​ຈະ​ດຳ​ເນີນ​ຢ່າງ​ສະດວກທີ່​ສຸດ, ​ເຖິງ​ວ່າ​ທ່ານ​ໄດ້​​ເບິ່ງການ​ຊ້ອມ​ສະ​ແດງ​ມາກ່ອນກໍ​ຕາມ, ​ແຕ່​ສະພາບ​ອັນ​ໂຫຍ່​ໂຕ​ຄຶກຄື້ນ​ຂອງ​ພິທີ​ໄຂງານ​ກໍໄດ້​ລື່ນ​ກາຍ​ການ​ຄາດ​ຄິດ​ຂອງ​ທ່ານ; ບໍ່ວ່າ​​ເວົ້າ​ສຳລັບຄົນ​ຈີນ​ຫຼື​ວ່າ​​ປະຊາ​ຊົນ​​ໃນທົ່ວ​ໂລກ​ແລ້ວ, ຄ່ຳ​ຄືນມື້ນີ້​ລ້ວນ​ແຕ່​ຈະ​​ເຮັດ​ໃຫ້​ຄົນ​ຈື່​ຈຳໄວ້​ຢ່າງ​ຍາວ​ນານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>