ທ່ານ​ບັນ​ກີ​ມຸນ​ຮຽກ​ຮ້ອງ​ອີກ​ເທື່ອ​ໜຶ່ງ​ໃຫ້​ທົ່ວ​ໂລກ​ເຄົາ​ລົບ​ການ​ຢຸດ​ສົງ​ຄາມ​ໃນ​ໄລ​ຍະ​ຈັດ​ງານ​ໂອ​ລິມ​ປິກ

(GMT+08:00) 2008-08-09 13:27:47 cri
-----------------------------------------------------------------------------------------------------------------
ຕາມ​ຂ່າ​ວສານ​ຊິ່ນ​ຮວາ: ວັນ​ທີ 8 ສິງຫາ​ນີ້​ແມ່ນ​ມື້​ທີ່​ຈັດ​ພິທີ​ໄຂ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ, ທ່ານ​ບັນ​ກີ​ມຸນ​ເລຂາ​ທິ​ການ​ໃຫຍ່​ສະຫະ​ປະ​ຊາ​ຊາດ​ປະກາດ​ຖະ​ແຫຼງ​ການ, ຮຽກຮ້ອງ​ອີກ​ເທື່ອ​ໜຶ່ງໃຫ້​ທົ່ວ​ໂລກ​ເຄົາລົບ​ການ​ຢຸດ​ສົງຄາມ​ໃນ​ໄລ​ຍະ​ຈັດ​ງານ​​ໂອ​ລິ​ມປິກ.

ທ່ານ​ບັນ​ກີ​ມຸນ​ກ່າວ​ວ່າ, ​ເຖິງ​ວ່າ​ເວລາ​ຢຸດ​ສົງຄາມ​ແບບ​ນີ້ມີ​ຄວາມ​ຈຳກັດ, ​ແຕ່​ພັດ​ມີ​ພະລັງ​ບົ່ມ​ຊ້ອນ​ຫຼາຍ. ມັນ​ສາມາດ​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ພິຈາ​ລະນາ​ຄືນ​ໃໝ່​ເຖິງ​ຄ່າ​ຕອບ​ແທນ​ອັນ​ໜັກ​ໜ່ວງ​ຂອງ​ສົງຄາມ, ມັນ​ສາມາດ​ອຳນວຍ​ໂອກາດ​ເພື່ອ​ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ, ມັນ​ກໍ່ສາມາດ​ເປີດ​ປ່ອງ​ຢ້ຽມ​ໃຫ້​ອຳນວຍ​ການ​ຊ່ອຍ​ເຫຼືອ​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ. ມັນ​ສາມາດ​ສະ​ແດງ​ຕໍ່​ທົ່ວ​ໂລກ​ວ່າ, ຖ້າ​ຄົນ​ທັງ​ຫຼາຍ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຈິງ​ໃຈ, ກໍ່​ຈະ​ບັນລຸ​ສັນ​ຕິ​ພາບ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>