ລັດຖະບານສິງກະໂປຫຼຸດຄາດໝາຍເຕີບໂຕເສດຖະກິດໃນປີນີ້ໃຫ້ຕ່ຳລົງ
(GMT+08:00) 2008-08-09 14:05:08 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊີນຮວາ:ວັນທີ 8 ສິງຫານີ້,ທ່ານລີສຽນລົງ ນາຍົກລັດຖະມົນຕີສິງກະໂປກ່າວວ່າ,ຍ້ອນຖືກຜົນສະທ້ອນຈາກຄວາມປັ່ນປ່ວນຂອງຕະຫຼາດການທະນາຄານສາກົນແລະຈັງຫວະເຕີບໂຕເສດຖະກິດຂອງໂລກຊ້າລົງ,ປີນີ້,ອັດຕາເຕີບໂຕຂອງເສດຖະກິດສິງກະໂປຈະຢູ່ລະຫວ່າງ 4% ຫາ 5%,ຕ່ຳກວ່າຄາດໝາຍການເຕີບໂຕຂອງລັດຖະບານກ່ອນໜ້ານີ້ເຊິ່ງຢູ່ລະຫວ່າງ 4% ຫາ 6%.
ຕອນຄ່ຳວັນທີ 8 ສິງຫານີ້,ໃນເວລາກ່າວຄຳອວຍພອນວັນຊາດ,ທ່ານລີສຽນລົງກ່າວວ່າ,ອາໄສເສຖະກິດອາຊີທີ່ເຕີບໂຕຢ່າງແຂງແຮງ,ຈົນຮອດປະຈຸບັນ,ເສດຖະກິດຂອງສິງກະໂປຍັງບໍ່ທັນຖືກກະທົບກະເທືອນຢ່າງຮອບດ້ານ.ແຕ່ຍ້ອນເສດຖະກິດຂອງອາເມລິກາຍັງປະເຊີນກັບບັນຫາທີ່ໜັກໜ່ວງ,ອົງກອນເສດຖະກິດອາຊີໄດ້ເລີ່ມຖືກຜົນສະທ້ອນຈາກອາເມລິກາ.ທ່ານຊີ້ອອກວ່າ,ສະພາບຫຍຸ້ງຍາກແນວນີ້ອາດຈະມີຢູ່ຮອດປີໜ້າຈຶ່ງຈະມີການປ່ຽນແປງ,ສະນັ້ນ,ສິງກະໂປຄວນທຳການກະກຽມໃຫ້ດີເພື່ອຮັບມືກັບການທ້າທາຍທີ່ຈະປະເຊີນໃນ 1 ປີຂ້າງໜ້ານີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ