ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ລາວ​ກ່າວ​ວ່າ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ

(GMT+08:00) 2008-08-09 14:39:50 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI,ວັນ​ທີ9​ສິງຫາ​ນີ້,ທ່ານ​ພູ​ທອງ ​ແສງ​ອາຄົມ ລັດຖະມົນຕີ​ປະຈຳສຳນັກ​ນາຍົກລັດຖະມົນຕີ ປະທານ​ຄະນະ​ກຳມະການ​ກິລາ​ແຫ່ງ​ຊາດ​ລາວ​ແລະ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ລາວ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸCRI,ທ່ານ​ກ່າວ​ວ່າ,ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ການສະ​ແດງ​ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​​ໃນ​ປະຫວັດສາດແລະ​​ໄດ້ສ້າງພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງທີ່​ສຸດໃຫ້​ແກ່​ຄົນ​ທັງຫຼາຍ.

ທ່ານ​ພູ​ທອງ​ແສງ​ອາຄົມ​ກ່າວ​ວ່າ,​ໃນ​ການສະ​ແດງ​ຂອງ​ພິທີ​ໄຂ​ງານ,ນັກສະ​ແດງ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ປະກອບ​ເປັນ​ຮູບ​ແບບ​ຕ່າງໆ,​ໃຊ້​ແສງ​ໄຟ​ແລະ​ພາຫະນະ​ວິທະຍາສາດ​ເຕັກ​ນິກສູງ​ຕ່າງໆ,ສະ​ແດງ​ໃຫ້​ເຫັນ​ຈີນ​ໃນ​ສະ​ໄໝ​ບູຮານ​ແລະ​ຈີນ​​ໃນຍຸກ​ປັດຈຸບັນ​ຕໍ່ຊາວ​ໂລກຢ່າງ​ຈົບງາມ.​ໂດຍ​ສະ​ເພາະ​ແມ່ນ​ຜູ່​ຊົມ​ໃນ​ທົ່ວ​ສະໜາມກິລາ​ໃຊ້​ສອງ​ມື​ສະ​ແດງ​ການ​ປ່ອຍ​ນົກ​ສັນ​ຕິ​ພາບ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ທ່ານ.ນອກ​ນີ້,ພິທີ​ໄຕ້​ໄຟ​ສັກສິດ​ກໍ່​ ສະ​ເທືອນ​ໃຈ​ຫຼາຍ,​ຜູ່​ຖື​ທວນ​ໄຟ​​ໄດ້​ເຫາະ​ອ້ອມ​ກາງຫາວ​ຮອບ​ໜຶ່ງຢູ່​​ເທິງ​ອາກາດ​ແລ້ວ​ໄຕ້​ໄຟ,​ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ນ້ຳ​ໃຈ​ຂອງ​ໂອ​ລິ​ມປິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>