ທ່ານ​ຫູ​ຈີນ​ທ່າວ​ພົບ​ປະ​ກັບ​ທ່ານ​ລີ​ມຽງ​ບັກ ປະທານາທິບໍດີ​ສ.​ເກົາຫຼີ

(GMT+08:00) 2008-08-09 14:51:15 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 9 ສິງຫາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ລີ​ມຽງ​ບັກ ປະທາ​ນາທິ​ບໍດີ​ສ.​​ເກົາຫຼີ​ທີ່​ມາ​ປັກ​ກິ່ງ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ,ປະຈຸ​ບັນ,ການ​ພົວ​ພັນ​ລະຫວ່າງ​ຈີນ​ສ.​ເກົາຫຼີ​ຂະຫຍາຍ​ຕົວ​ເປັນ​ຢ່າງ​ດີ,ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ​ສ.​ເກົາຫຼີ​ນັ້ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ປະຊາຊົນ​ສອງ​ຊາດ,ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ພາກ​ພື້ນ​​ແຫ່ງ​ນີ້,ຈີນ​ຈະ​ເຮັດ​ຄື​ແຕ່​​ເກົ່າ​ເມືອ​ຫຼັງ​ເດັດດ່ຽວ​ສະໜັບສະໜູນ​ການ​ປອງ​ດອງ​ກັນ​ແລະ​ກາ​ນຮ່ວມ​ມື​ລະຫວ່າງ​ເໜືອ​ໃຕ້​​ແຫຼມ​ເກົາ​ຫຼີ.ທ່ານ​ຄອງ​ຄອຍ​ໄປ​ຢ້ຽມຢາມ​ສ.​ເກົາຫຼີ​ທາງ​ລັດຖະກິດ​​ໃນ​ອີກ​ບໍ່​ດົນ​ນີ້.

ທ່ານ​ລີ​ມຽງ​ບັກ​ກ່າວ​ວ່າ,ລັດຖະ​ບານ​ແລະ​ປະຊາຊົນ​ສ.​ເກົາຫຼີ​ຮູ້ສຶກ​ດີ​ໃຈ​ຕໍ່ສ.​ເກົາຫຼີ​ຈີນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.ປະຈຸ​ບັນ,ການ​ເຈລະຈາ 6 ຝ່າຍ​ພວມ​ກ້າວ​ໜ້າ​​ໄປ​ສູ່​ທິດ​ທີ່​ດີ,ສ.​ເກົາຫຼີ​ຈະ​ພະຍາຍາມຊຸກຍູ້​ການ​ພົວພັນ​ລະຫວ່າງ​ເໜືອ​ໃຕ້​ແຫຼມ​ເກົາຫຼີ​ໃຫ້​ຂະຫຍາຍ​ໄປ​ສູ່​ທິດ​ທີ່​ດີຄື​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>