ສື່​ມວນ​ຊົນ​ສິງກະ​ໂປ​ຍ້ອງ​ຍໍ​ພິ​ທີ​​ໄຂ​​ງານ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-08-09 17:58:33 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ໜັງສືພິມ"ລຽນ​ເຫີ​ຈາວ​ປ້າວ"ຂອງ​ສິງກະ​ໂປ​ສະບັບວັນ​ທີ 9 ສິງຫາ​ນີ້​ໄດ້​ພິມ​ບົດ​ຄວາມ​ທີ່​ມີ​ຫົວ​ຂໍ້​ວ່າ"ຄ່ຳ​ຄືນ​ປັກ​ກິ່ງ​ທີ່​ສະຫງ່າ​ລາ​ສີ", ຍ້ອງຍໍ​ພິທີ​ໄຂ​​ງານ​ໂອ​ລິ​ມປິກ​ປັກ​ກິ່ງ.

ບົດ​ຄວາມ​ຂຽນ​ວ່າ: ​ເມື່ອ​ໄດ້​ຄອງ​ຄອຍ​ຢ່າງ​ໃຈ​ຈຸດ​ໃຈ​ຈໍ່​ແລະ​ການ​ກະກຽມ​ຢ່າງ​ພາກ​ພຽນ​ມາ 7 ປີ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​​ຈັດ​ພິທີ​ເປີດ​ສາກ​ທີ່​ເຮັດ​ໃຫ້​ຄົນ​ຕື່ນ​ຕາ​ຕື່ນ​ໃຈ​ທີ່​ສຸດ​ໃນ​ຕອນ​ຄ່ຳ​ວັນ​ທີ 8 ສິງຫານີ້. ການສະ​ແດງ​ສິລະ​ປະ​ໃນ​ພິທີ​ດັ່ງກ່າວ​ໄດ້​ໃຊ້​ວິທີ​ແລະ​ຮູບ​ການ​ທີ່​ລ້ຳ​ສະ​ໄໝ, ​ໃນ​ທ່າມກາງ​ບັນຍາກາດ​ທີ່ສະ​ຫງ່າ​ລາສີ​ແລະ​ມີ​​ເອກະລັກ​ຈີນຫຼາຍທີ່​ສຸດ​ນັ້ນ, ​ເຮັດ​ໃຫ້​ອາ​ລິ​ຍະ​ທຳ​ຈີນ​ສະ​ໄໝ​ບູຮານ​ກັບ​​ສະ​ໄໝ​ໃໝ່​ທີ່​ເລິກ​ເຊິ່ງ​ແລະ​ສະຫງ່າ​ງາມສະ​ແດ​ງຢູ່​ຕໍ່ໜ້າ​ຊາວ​ໂລກ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ. ຄວາມ​ສະຫງ່າ​​ລາສີ​ແລະ​ລະດັບ​ມະຫັດສະຈັນ​ຂອງ​ມັນ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຄົນ​ຍ້ອງຍໍ​ບໍ່​ຂາດ​ສົບ​ຂາດ​ປາກ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ລື່ນ​ກາຍ​ຄວາມຄາດໝາຍ​ຂອງ​ຄົນ​ທັງຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>