ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ກຳ​ເນີ​ດຫລຽນ​ຄຳ 7 ຫລຽນ

(GMT+08:00) 2008-08-09 21:54:30 cri
-----------------------------------------------------------------------------------------------------------------

​​ຕາມ​ຂ່າວ cri :ນັບ​ມາຮອດ​ເວລາ 21 ​ໂມງ​ຂອງ​ວັນ​ທີ 9 ສິງຫາ​ເວລາ​ປັກ​ກິ່ງ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ກຳ​ເນີ​ດຫລຽນ​ຄຳ 7 ຫລຽນ.

ໃນ​ການ​ແຂ່ງຂັນ​ຍິງ​ປືນ​ລົມນ້ອຍ​ຍາວ 10 ​ແມັດ​ເພດ​ຍິງ​ແລະ​ການ​ແຂ່ງຂັນ​ຍົກ​ນ້ຳຫນັກ​ລຸ້ນ 48 ກິ​ໂລ​ເພດ​ຍິງ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 9 ສິງຫານີ້​ໄດ້​ກຳ​ເນີ​ດຫລຽນ​ຄຳ​ສອງ​ຫລຽນ.ນາງ​​ແຄັດ​ເທີຣີນາ ​​ເອັມມອນ​ສ໊ ນັກ​ກິລາ​ສາທາລະນະ​ລ​ເຊັກ​ຊິງ​ໄດ້​ແຊມ​ໃນ​ການ​ແຂ່ງຂັນ​ຍິງ​ປືນນ້ອຍ​ຍາວ 10 ​ແມັດ​ເພດ​ຍິງ​ດ້ວຍ 503,5 ​ຄະ​ແນນ ​ທັງ​ສ້າງ​ສະຖິຕິ​ໃຫມ່​ຂອງ​ງານ​ໂອ​ລິ​ມປິກ​ອີກ,ສ່ວນ​ນາງລີ​ຢູບັອບ ຄານ​ຄີ​ນາ ນັກ​ກິລາຣັດ​ເຊຍ​ທີ່​ອາຍຸ 35 ປີ​ຊິງ​ໄດ້​ທີ​ສອງ, ນາງ​ເຈ​ຊາ​ນາ ​ເປັດ​ຊີ ນັກ​ກິລາ​ໂກຼອາຊີເປັນ​ທີ​ສາມ.

​ໃນ​ການ​ແຂ່ງຂັນ​ຍົກ​ນ້ຳຫນັກ​ລຸ້ນ 48 ກິ​ໂລ​ເພດ​ຍິງ,ນາງ​ເສີນ​ເຊ້ຍ​​ເສຍ ນັກ​ກິລາ​ຈີນ​ທີ່​ອາຍຸ 25 ປີ​ຊິງ​ໄດ້​ຫລຽນ​ຄຳຄື​ຍົກ​ໄດ້ 212 ກິ​ໂລ,​ແລະ​ໄດ້​ສ້າງ​ສະຖິຕິ​ໂອ​ລິ​ມປິກ​ໃຫມ່​ຂອງ​ລາຍການ​ນີ້.ນີ້​ກໍ່​ແມ່ນ​ຫລຽນ​ຄຳ​ຫລຽນ​ທຳ​ອິດ​ທີ່​ທິມຈີນ​ຊິງ​ໄດ້.ນາງ​ໂອສຄານ ​ເຊ​ເບຣ ນັກ​ກິລາ​ຕວກກີ​ໄດ້​ຫລຽນ​ເງິນ, ນາງ​ເສີນ​ເວີຍ​ຫລິນ ນັກ​ກິລາ​ໄຕ້​ເປ້​ຈີນໄດ້​ຫລຽນ​ທອງ.

​ໃນ​ການ​ແຂ່ງຂັນ​ຍິງ​ປືນ​ພົກ​ລົມ​ 10 ​ແມັດ​ເພດ​ຊາຍ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ ບ່າ​ຍວັນ​ທີ 9, ທ້າວ​ຜາງ​ເວີຍ ນັກ​ກິລາ​ຈີນ​ຊິງ​ໄດ້​ແຊມ​ດ້ວຍ​ຜົນງານ​ລວມ 688,2 ຄະ​ແນນ,​ເຊິ່ງ​ເປັນ​ຫລຽນ​ຄຳ​ຫລຽນ​ທີ​ສອງ​ຂອງ​ທິມຈີນ.ທ້າວ​ຈີນ​ຈົງ​ໂອ ນັກ​ກິລາ​ສາທາລະນະ​ລັດ​ເກົຫາ​ລີ​​ແລະ​ທ້າວ​ກິມຈົງ​ຊູ ນັກ​ກິລາ​ສາທາລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ​ເກົາຫລີ​ຕ່າງ​ເປັນ​ທີ​ສອງ​ແລະ​ທີ​ສາມ.

ຕອນ​ບ່າຍ​ວັນ​ທີ 9 ຍັງ​ໄດ້​ຈັດການ​ແຂ່ງຂັນ​ຂີ່​ລົດຖີບ​ຕາມ​ທາງ​ຫລວງ​ເພດ​ຊາຍ,ທ້າວ​ຊາ​ມຸຍ ຊັນ​ເຊ​ສນັກ​ກິລາ​ແອ​ສປາຍຊິງ​ໄດ້​ແຊມ.
ໃນ​ການ​ແຂ່ງຂັນ​ໂຢ​ໂດ​ລຸ້ນ 60 ກິ​ໂລ​ເພດ​ຊາຍທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 9 ສິງຫານ​ນີ້, ທ້າວ​ຊຸຍ​ມີນ​ໂຫ ນັກ​ກິລາ​ສາທາລະນະ​ລັດ​ເກົາຫລີ​ຊິງ​ໄດ້​ແຊມ.

ສ່ວນ​ນາງ​ອາ​ລິນ​ນາ ​ເອ​ເລັກ​ຊັນ​ເດີ ນັກ​ກິລາ​ໂລມາ​ນູກໍ່​ຊິງ​ໄດ້​ແຊມ​​ໃນ​ການ​ແຂ່ງຂັນ​ໂຢ​ໂດ​ລຸ້ນ 48 ກິ​ໂລ​​ເພດ​ຍິງ​ໃນ​ມື້​ດຽວ​ກັນ.

​ໃນ​ການ​ແຂ່ງຂັນ​ຟັນດາບ​ປະ​ເພດ​ປາຍ​ຄູ່​ເພດ​ຍິງ,ນາງ​ຈາ​ກູ​ນີສ ນັກ​ກິລາອາເມລິກາຊິງ​ໄດ້​ຫລຽນ​ຄຳ.


1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>