ການ​ເຈລະຈາການ​ຄ້າ​ເສລີ​ລະ​ຫວ່າງ​ອິນ​ເດຍ​ອາ​ຊຽນ​ໃກ້​ຈະສຳ​ເລັດ​​ແລ້ວ

(GMT+08:00) 2008-08-09 22:00:08 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ9ສິງຫາ​ນີ້ ​ເວັບ​ໄຊ​ຂອງ​ໜັງສືພິມ​ເອ​ໂຄ​​ໂນ​ມິກ ​ແທມສ໌ ລາຍ​ງານ​ວ່າ, ການ​ເຈລະຈາການຄ້າ​ເສລີ​ລະຫວ່າງອິນ​ເດຍອາ​ຊຽນ​ໃກ້​ຈະ​ສຳ​ເລັດ​ແລ້ວ,ສອງ​ຝີ່າຍ​ໄດ້​ຍົກ​​ເລີກ​ຄວາມ​ເຫັນທີ່​ຂັດ​ແຍ່ງ​ກັນ​ໃນ​ບັນຫາທີ່​ອ່ອນ​ໄຫວເຊັ່ນ​ການ​ຫຼຸດ​ພາສີ​ຜະລິດ​ຕະພັນ​ກະສິກຳ​ເປັນຕົ້ນ,​ແລະຈະ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ໃນ​ທ້າຍ​ປີ​ນີ້.

ຕາມ​ຂ່າວ​ແຈ້ງວ່າ,ອີງ​ຕາມ​ຄຳ​ຮັບປາກ,ອິນ​ເດຍຈະ​ຫຼຸດ​ພາສີ​ຜະລິດ​ຕະພັນ80%ຂອງ​ອາ​ຊຽນພາຍ​ໃນ10ປີ​ຕໍ່ໜ້າ.ຂ່າວ​ຍັງ​ລາຍ​ງານ​ວ່າ,ຜູ່​ແທນ​ການ​ຄ້າ​ຂອງ​ອິນ​ເດຍ​ແລະ​ປະ​ເທດ​ອາ​ຊຽນຍັງ​ຈະ​ພົບ​ປະ​ເຈລະຈາ​ກັນ​ໃນ​ເດືອນ​ສິງຫາ​ນີ້,​ເພື່ອ​ຊຸກຍູ້​ໃຫ້​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນຍາ​​ຂອບ.ສອງ​ຝ່າຍ​ອາດ​ຈະ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ທັນວາ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>