ການ​ແຂ່ງຂັນ​ເຮືອ​ໃບ​ໃນງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ29​ເປີດ​ສາກ​ຢູ່​ນະຄອນ​ຊິງ​ຕາວ

(GMT+08:00) 2008-08-10 12:01:51 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI,ພິທີ​ເລີ່​ມດຳ​ເນີນ​ການ​ແຂ່ງຂັນ​ເຮືອ​ໃບ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ29​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຊິງ​ຕາວ ​ເມືອງ​ແຄມ​ທະ​ເລ​ຂອງ​ຈີນ​ໃນ​ຕອນ​ຄ່ຳ​ວັນ​ທີ9​ສິງຫາ​ນີ້.ນັກ​ກິລາ​ທີ່​ມາ​ຈາກບັນດາ​ປະ​ເທດ​ແລະ​ເຂດ​ແຄວ້ນພ້ອມ​ດ້ວຍ​ຜູ່​ແທນ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ ສະມາຄົມ​ເຮືອ​ໃບ​ສາກົນ ຄະນະ​ກຳມະການຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ຜູ່​ແທນ​ຂອງ​ວົງ​ການ​ຕ່າງໆ​ຂອງ​ນະຄອນ​ຊິງ​ຕາວ​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.

ການ​ແຂ່ງຂັນ​ເຮືອ​ໃບ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​​ເລີ່​ມດຳ​​ເນີນ​ໃນ​ວັນ​ທີ9​ສິງຫາ​ນີ້.​​ໃນ​ການ​ແຂ່ງຂັນ​ເຮືອ​ໃບ​ຂອງ​ງາ​ນໂອ​ລິ​ມປິກ​ຄັ້ງ​ນີ້​ມີ​ນັກ​ກິລາ400​ຄົນ​ແລະ​ເຮືອ​ໃບ​ລຸ້ນຕ່າງໆ272​ລຳ​ຂອງ62​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​,ຈະຊິງ​ຫຼຽນ​ຄຳ11​ຫຼຽນ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>