ທ້າວ​ໄມ​ເຄິນ ​ເຟວພສ໌ບໍ່​​ໄດ້​ຄຶດ​ວ່າ​ຈະ​ທຳລາຍ​ສະ​ຖິຕິ​

(GMT+08:00) 2008-08-10 16:56:12 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ຕອນ​ເຊົ້າ​ວັນ​ທີ 10 ສິງຫາ​ນີ້,ທ້າວ​ໄມ​ເຄິນ ​ເຟວພສ໌ ນັກ​ກິລາລອຍ​ນ້ຳ​ອາ​ເມ​ລິ​ກາ​ທີ່ມີ​ສົມ​ຍາ​ນາມ​ວ່າ"ປາ​ບິນ"​​ຊິງ​ໄດ້​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​​ໃນ​ການ​ແຂ່ງຂັນ​ລອຍ​ນ້ຳ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,​ແລະ​ໄດ້​ສ້າງ​ສະຖິຕິ​ໂລກ​ອັນ​​ໃໝ່​ຂອງ​ກິລາລອຍ​ນ້ຳປະສົມ​ສ່ວນ​ບຸກຄົນ 400 ​ແມັດ​ເພດ​ຊາຍ​ທີ່​ຕົນໄດ້​ສ້າງ​ໃນ​ການ​ແຂ່ງຂັນ​ຄັດ​ເລືອກ​ເພື່ອ​ງານ​ໂອ​ລິ​ມປິກຂອງ​ອາ​ເມ​ລິ​ກາ​ເມື່ອ 1 ​ເດືອນ​ກ່ອນ​ດ້ວຍ​ຜົນງານ 4 ນາທີ 03 ວິນາທີ 84.

ຕໍ່​ການ​ສະ​ແດງ​ຂອງ​ຕົນ​ໃນ​ມື້​ນີ້,ທ້າວ​​ເຟວພສ໌ກໍ່​ຮູ້ສຶກວ່າ​ນອກ​ການ​ຄາດ​ຄຶດ.ລາວ​​ເວົ້າ​ວ່າ:

"ທີ່​ຈິງ​ແລ້ວ,ຂ້າພະ​ເຈົ້າ​ເອງ​ກໍ່​ບໍ່ຮູ້​ວ່າ,ມື້​ນີ້​ເປັນ​ຫຍັງຈຶ່ງ​ລອຍ​ໄວ​ປານ​ນີ້.​ໃນ​ໄລຍະ​ກ່ອນ​ການ​ແຂ່ງຂັນ​ຄັດ​ເລືອກ​ເພື່ອ​ງານ​ໂອ​ລິ​ມປິກ,ຂ້າພະ​ເຈົ້າ​ມັກຝັນເຫັນ 3 ນາທີ 07 ວິນາທີ​​​ເລື້ອຍໆ,ກໍ່​ເລີຍ​ຖາມ​ຄູ​ຝຶກ​ວ່າ,​​ເປັນຫຍັງ​ຂ້າພະ​ເຈົ້າ​ຈຶ່ງຝັນ​ເຫັນຕົວ​ເລກ​ນີ້​ເລື້​ອຍໆ?ຄູ​ຝຶກ​ບອກ​ວ່າ,ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ເຈົ້າ​ຈະ​ສາມາດ​ລອຍໝົດ 300 ​ແມັດທຳ​ອິດ​ພາຍ​ໃນ 3 ນາທີ 07 ວິນາທີ.ມື້​ນີ້,ຢູ່​ທີ່​ນີ້,ຄວາມ​ຝັນ​ດັ່ງ​ກ່າວ​ໄດ້​ປະກົດ​ເປັນ​ຈິງ​​ແທ້ໆ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>