ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເຂົ້າມື້​ທີ​ສອງ ຊິງຫຼຽນ​ຄຳ 6 ຫຼຽນ

(GMT+08:00) 2008-08-10 17:02:25 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 10 ສິງຫາ​ນີ້,ການ​ແຂ່ງຂັນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເຂົ້າ​ມື້​ທີ​ສອງ,ນັບ​ມາ​ຮອດ​ເວລາ 15 ​ໂມງ 30 ນາທີ ​ເວລາ​ປັກ​ກິ່ງ,​ໄດ້​ຊິງ​ເອົາຫຼຽນ​ຄຳ 6 ຫຼຽນ​ໃນການ​ແຂ່ງຂັນ​ປະ​ເພດ​ລອຍ​ນ້ຳ​ແລະ​ຍິງ​ປືນ.

ຕອນ​ເຊົ້າ​ວັນ​ທີ 10 ສິງຫາ​ນີ້,ທ້າວ​​ໄມ​​ເຄິນ ​ເຟວພສ໌ ນັກ​ກິລາລອຍ​ນ້ຳ​ອາ​ເມ​ລິ​ກາ​ໄດ້​ສ້າງ​ສະຖິຕິ​ໂລກ​ອັນ​​ໃໝ່​ໄດ້ເປັນ​ຊະນະ​ເລີດ​ໃນ​ການ​ແຂ່ງຂັນ​ຮອບຕັດ​ເຊືອກ​ຂອງ​ການ​ແຂ່ງຂັນ​ລອຍ​ນ້ຳ​ປະສົມ​ສ່ວນ​ບຸກຄົນ 400 ​ແມັດ​ເພດ​ຊາຍ.ນີ້​ກໍ່​ແມ່ນ​ສະຖິຕິ​​ໂລກ​ເທື່ອ​ທຳ​ອິດ​ທີ່​ໄດ້​ກຳ​ເນີ​ດ​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ.ສະຖິຕິ​​ໂລກ​ອັນ​ໃໝ່​ຂອງ​ທ້າວ​ເຟວພສ໌​ແມ່ນ 4 ນາທີ 3 ວິນາທີ 84.

ໃນ​ການ​ແຂ່ງຂັນ​ລອຍນ້ຳ​ເສລີ​ 400 ​​​ແມັດ​ເພດ​ຊາຍຮອບ​ສຸດ​ທ້າຍທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 10 ສິງຫາ​ນີ້,ທ້າວ​ປັກເທ​ຮວນ ນັກ​ກິລາ​ລອຍ​ນ້ຳຂອງ​ສ.​ເກົາຫຼີ​ຊິງ​ໄດ້​ຫຼຽນ​ຄຳ​ດ້ວຍ​ຜົນງານ 3 ນາທີ 41 ວິນາທີ 86,ນີ້​ກໍ່​ແມ່ນ​ຫຼຽນ​ຄຳຫຼຽນ​ທຳ​ອິດ​ໃນ​ກິລາ​ລອຍນ້ຳ​ໃນ​ປະຫວັດສາດ​ໂອ​ລິ​ມປິກ​ຂອງ​ສ.​ເກົາຫຼີ.ທ້າວ​ຈ່າງ​ລີ​ນ ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ເງິນ,​​ໄດ້ທຳລາຍ​ປະຫວັດສາດ​ຈີນ​ທີ່​ບໍ່​​​ເຄີຍຊິງ​ໄດ້​ຫຼຽນລາງວັນ​ໃນ​ການ​ແຂ່ງຂັນ​ລອຍ​ນ້ຳ​ເພດ​ຊາຍງານ​ໂອ​ລິ​ມປິກ.

ໃນ​ການ​ແຂ່ງຂັນ​ລອຍ​ນ້ຳປະສົມ​ສ່ວນ​ບຸກຄົນ 400 ​ແມັດ​ເພດ​ຍິງ,ນາງສ​ເຕພານີ ​ໄລ​ສ໌ ນັກ​ກິລາ​ອົສຕຼາລີ​ໄດ້​ສ້າງ​ສະຖິຕິ​ໂລກ​ອັນ​​​ໃໝ່​ແລະ​ໄດ້ເປັນ​ຊະນະ​ເລີດ.ສະຖິຕິ​ໂລກ​ອັນ​ໃໝ່​ທີ່​ນາງ​ໄດ້​ສ້າງ​​ແມ່ນ 4 ນາທີ 29 ວິນາທີ 45.

ຕອນ​ເຊົ້າ​ວັນ​ທີ 10 ສິງຫາ​ນີ້,ທິມລອຍ​ນ້ຳ​ເສລີ​ປະ​ເພດ​ 4 ຄຸນ 100 ​ແມັດ​ເພດ​ຍິງ​ຂອງ​ໂຮ​ນລັງຊິງ​ໄດ້​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ໃນ​ການ​ແຂ່ງຂັນລອຍ​ນ້ຳ​ປະ​ເພດ​ນີ້​ຂອງງານ​ໂອ​ລິ​ມປິກ​ປັກ​ກິ່ງ​ດ້ວຍ​ຜົນງານ 3 ນາທີ 33 ວິນາທີ 76,​ແລະ​ໄດ້​ສ້າງ​ສະຖິຕິ​​ງານໂອ​ລິ​ມປິກອັນ​ໃໝ່​ໃນ​ກິລາ​ປະ​ເພດ​ນີ້.

ໃນ​ການ​ແຂ່ງຂັນ​ຍິງ​ປືນ​ພົກ​ລົມ 10 ​ແມັດ​ເພດ​ຍິງ,ນາງ​ກົ່ວ​ເວີນ​ຈູ​ນ ນັກ​ກິລາ​ຈີນ​ທີ່​ອາຍຸ 24 ປີ​ໄດ້ເປັນ​ຊະນະ​ເລີດ​ດ້ວຍຜົນງານ 492,3 ​ແຕ້ມ.

ຕອນ​ບ່າຍ​ວັນ​ທີ 10 ສິງຫາ​ນີ້,ໃນ​ການ​ແຂ່ງຂັນ​ໂດດນ້ຳຄູ່ເທິງ​ແປ້ນ​ເພດ​ຍິງ​ຮອບ​ສຸດ​ທ້າຍ,ນາງ​ກົ່ວ​ຈີ່​ງຈີ່​ງ​ແລະ​ນາງ​ອູ​ໝີ​ນ​ເຊຍ ນັກ​ກິລາ​ຈີນ​ໄດ້​ເປັນ​ຊະນະ​​ເລີດ.

ຈົນ​ຮອດ​ປະຈຸ​ບັນ,ຄະນະ​ກິລາ​ຈີນຊິງ​ໄດ້​ຫຼຽນ​ຄຳ 4 ຫຼຽນ​ໃນ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>