ທ່ານ​ລີກ​ວນຢູກ່າວ​ວ່າ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​​​ເຮັດ​ໃຫ້​ຄົນ​ຕື່ນ​ເຕັ້ນ​ໃຈ

(GMT+08:00) 2008-08-10 18:45:01 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ຄ່ຳວັນ​ທີ9ສິງຫາ​ນີ້ ​ທ່ານ​ລີກ​ວນຢູ ລັດຖະມົນຕີທີ່​ປຶກສາ​ແຫ່ງ​ສິງກະ​ໂປ​ກ່າວ​ວ່າ,ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​​​ເຮັດ​ໃຫ້ຄົນ​ຕື່ນ​ເຕັ້ນ​ໃຈ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ່​ເຮັດ​ໃຫ້​ໂລກ​ເຫັນກຳລັງ​ແຮງຕົວ​ຈິງ​ແລະ​ຄວາມ​ບົ່ມ​ຊ້ອນ​ຂອງ​ຈີນ,ຮູ້​ວ່າ​ປະຊາຊົນ​ຈີນ​ພິລຶ​ແທ້ໆ.

ທ່ານ​ລີກ​ວນຢູກ່າວ​ວ່າ,ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​​​ເຮັດ​ໃຫ້ຄົນ​ຕື່ນ​ເຕັ້ນ​ໃຈ,ລາຍການ​ຕີ​ກອງ​ມີ​ລັກສະນະ​ພິ​ເສດ​ຂອງ​ຈີນ​ທີ່​ສຸດ.ຄົນ​ທັງຫຼາຍ​ລ້ວນ​ແຕ່​ເຫັນ​ ​ຄວາມ​ພະຍາຍາມ ວິ​ໄນ​ຂອງ​ພວກ​ຜູ່​ຕີ​ກອງ.ບໍ່​ພຽງ​ແຕ່​ແມ່ນຕີ​ກອງ,ມວຍ​ໄທ​ເກັດ​ແລະ​ລາຍການ​ອື່ນໆ​ກໍ່​ຄື​ກັນ.

ທ່ານ​ລີກ​ວນຢູຍັງ​ກ່າວ​ວ່າ,ກຳລັງແຮງ​ຕົວ​ຈິງ​ຂອງ​ຈີນ​ບໍ່​ພຽງ​ແຕ່​ສ່ອງ​ແສງ​ໃຫ້​ເຫັນ​ໃນ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ທໍ່​ນັ້ນ,ຍັງ​ຢູ່​ໃນ​ຫຼາຍ​ດ້ານ​ກໍ່​ເຮັດ​ໃຫ້ຄົນຕື່ນ​ເຕັ້ນ.ທ່ານ​ກ່າວ​ວ່າ,ຖ້າ​ຂັບ​ລົດ​ຢູ່​ປັກ​ກິ່ງ,ຈະ​ຮູ້ສຶກ​ຕື່ນ​ເຕັ້ນ​ໃຈ​ຕໍ່​ສິ່ງ​ແວດ​ລ້ອມທີ່​ສວຍ​ງາມ​ແລະ​ການ​ແລ່ນ​ລົດ​ຢ່າງ​ສະດວກ​ເປັນຕົ້ນ.ນອກ​ນີ້,​ເຖິງຈະ​ມີຄົນ​ຕ່າງປະ​ເທດເຂົ້າ​ໃຈ​ຜິ​ດຕໍ່​ຈີນ,​ແຕ່​ຈຳ​ເປັນ​ຮັບ​ຮູ້​ວ່າ ປະຊາຊົນ​ຈີນ​ແມ່ນ​ປະຊາຊົນ​ທີ່​ມີນ້ຳ​ໃຈອັນ​ເຂັ້ມ​​ແຂງ​,​ເຂົາ​ເຈົ້າມີ​ຄວາມ​ສາມາດ​ແລະ​ຄວາມ​ບົ່ມ​ຊ້ອມ​ອັນ​ໃຫຍ່​ຫຼວງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>