ທ່ານບຸສຍ້ອງຍໍພິທີໄຂງານໂອລິມປິກປັກກິ່ງງາມທຸກລາຍການ
(GMT+08:00) 2008-08-10 18:58:39 cri
-----------------------------------------------------------------------------------------------------------------

ຕາມຂ່າວ CRI: ຕອນບ່າຍວັນທີ 10 ສິງຫານີ້, ທ່ານຈອຈ ບຸສ ປະທານາທິບໍດີອາເມລິກາທີ່ມາເຂົ້າຮ່ວມກິດຈະກຳຂອງງານໂອລິມປິກປັກກິ່ງຍ້ອງຍໍວ່າ, ພິທີໄຂງານໂອລິມປິກປັກກິ່ງມະຫັດສະຈັນຫຼາຍ, ງາມທຸກລາຍການ.
ທ່ານບຸສແມ່ນໃຫ້ທັດສະນະດັ່ງກ່າວໃນເວລາພົບປະທ່ານຊີຈີ້ນພິງ ຮອງປະທານປະເທດຈີນ, ທ່ານກ່າວວ່າ:
"ພິທີໄຂງານໂອລິມປິກມະຫັດສະຈັນຫຼາຍ, ຂ້າພະເຈົ້າມັກທີ່ສຸດ, ງາມທຸກລາຍການ. ຂ້າພະເຈົ້າກໍ່ຢາກເບີ່ງການແຂ່ງຂັນທີ່ດີເລີດຈຳນວນໜຶ່ງ."
ກ່ອນໜ້ານີ້, ໃນເວລາພົບປະທ່ານຫູຈີນທາວ ປະທານປະເທດຈີນ, ທ່ານບຸກຍ້ອງຍໍລັດຖະບານແລະປະຊາຊົນຈີນໄດ້ຈັດພິທີໄຂງານໂອລິມປິກທີ່ສະຫງ່າງາມແລະສຳເລັດຜົນເທື່ອໜຶ່ງໃຫ້ປະຊາຊົນປະເທດຕ່າງໆໃນໂລກ.
ທ່ານບຸສໄດ້ຊົມການແຂ່ງຂັນຕ່າງໆຢູ່ປັກກິ່ງ, ເຊັ່ນ: ການລອຍນ້ຳເພດຊາຍ, ບານປ້ວງເພດຍິງເປັນຕົ້ນ. ຕອນຄ່ຳວັນທີ 10 ສິງຫານີ້, ຍັງຈະເບີ່ງການແຂ່ງຂັນບານບ້ວງເພດຊາຍລະຫວ່າງຈີນອາເມລິກາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ