ນາງ​ກົ່ວ​ຈີ່​ງຈີ່​ງ​ແລະ​ນາງ​ອູ​ໝີ​ນ​ເຊຍຮັກສາ​ຫຼຽນ​ຄຳ​ງານ​ໂອ​ລິມ​ປິກ​ໃນ​ການ​ແຂ່ງຂັນ​ໂດດ​ນ້ຳ​ຄູ່​ເທິງ​ແປ້ນ​ 3 ​ແມັດເພດ​ຍິງຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2008-08-10 20:40:56 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊີ​ນຮວາ:​ໃນ​ການ​ແຂ່ງຂັນ​ໂດດ​ນ້ຳ​ຄູ່​ເທິງ​ແປ້ນ 3 ​ແມັດ​ເພດ​ຍິງ​ຮອບ​ຕັດ​ເຊືອກຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງທີ່​ສິ້ນ​ສຸດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 10 ສິງຫາ​ນີ້,ນາງ​ກົ່ວ​ຈີ່​ງຈີ່​ງ​ແລະ​ນາງ​ອູ​ໝີ​ນ​ເຊຍ ນັກ​ກິລາ​ຈີນ​ໄດ້​ເປັນ​ທີ​ໜຶ່ງ​ດ້ວຍ​ຜົນງານ 343,50 ຄະ​ແນນ,​ຊິງ​ໄດ້ຫຼຽນຄຳ​ງານ​ໂອ​ລິ​ມປິກ​ໃນ​ກິລາ​ປະ​ເພດ​ນີ້ຢ່າງ​ລຽນຕິດ.

ນີ້​ແມ່ນ​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ໃນ​ການ​ແຂ່ງຂັນ​ໂດດ​ນ້ຳ​ຢູ່ສູນ​ລອຍ​ນ້ຳ​ແຫ່ງ​ຊາດ,ຍັງ​ແມ່ນ​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ທີ່​ທິມ​ໂດດ​ນ້ຳ​ຈີນ​ຊິງ​ໄດ້​ໃນ​ງານ​​ໂອ​ລິມປິກ​ຄັ້ງ​ນີ້.

ນາງ​ຈູ​ເລຍ ພາ​ຄາ​ລີ​ນາ​ແລະ​ນາງ​ອັນ​ນັສຕາ​ເຊຍ ​​ໂພສນີຢາ​ໂຄ​ວາ ນັກ​ກິລາ​ທິມຣັດ​ເຊຍ​ຊິງ​ໄດ້​ຫຼຽນ​ເງິນ​ດ້ວຍ​ຜົນງານ 323,61 ຄະ​ແນນ,ນາງ​ດີ​ເຕ ​​ໂຄ​ຊີ​ອັນ​ແລະ​ນາງ​ເຮ​​ເຄ ຟີ​ເຊີ ນັກ​ກິລາ​​ເຢຍລະ​ມັນ​ຊິງ​ໄດ້​ຫຼຽນ​ທອງດ້ວຍ​ຜົນງານ 318,90 ຄະ​ແນນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>