ອົງການປ.ກ.ສ ຢືນຢັນໃນເບື້ອງຕົ້ນວ່າ, ເຫດການນັກທ່ອງທ່ຽວອາເມລິກາຖືກຫຼອນໂຈມຕີແມ່ນການກະທຳຫົວຮຸນແຮງຂອງຜູ້ຮ້າຍ
(GMT+08:00) 2008-08-10 20:46:05 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິ່ນຮວາ: ໂດຍຜ່ານການສຳຫຼວດ, ອົງການປ້ອງກັນຄວາມສະຫງົບຈີນຢືນຢັນໃນເບື້ອງຕົ້ນວ່າ, ເຫດການນັກທ່ອງທ່ຽວອາເມລິກາຖືກຫຼອນໂຈມຕີທີ່ເກີດຂຶ້ນໃນວັນທີ 9 ສິງຫານີ້ແມ່ນການກະທຳຫົວຮຸນແຮງຂອງຜູ້ຮ້າຍ.
ຜູ້ຮ້າຍນີ້ຊື່ທາງຢົງມິງ ເປັນຄົນນະຄອນຮາງໂຈ່ວແຂວງເຈີ້ຈ່ຽງ, ປີນີ້ອາຍຸ 47 ປີ. ບໍ່ເຄີຍຕ້ອງໂທດ, ກໍ່ບໍ່ເຄີຍປະກົດມີສະພາບການຜິດປົກກະຕິ. ທາງຢົງມິງເຄີຍແຕ່ງງານ 2 ເທື່ອ, ແຕ່ປະຮ້າງກັນ, ລາວມີນິດໄສໂດດດ່ຽວ, ໃຈມັກຮ້າຍ. ລາວຮັກລູກຊາຍເກີນໄປ, ມີຄວາມຫວັງຕໍ່ລູກຊາຍ, ແຕ່ລູກຊາຍຂອງລາວຫາກບໍ່ເຮັດວຽກທຳງານ, ຖືກຕັດສິດອິດສະຫຼະພາບຍ້ອນລັກເຄື່ອງ, ນີ້ໄດ້ກະຕຸ້ນເສັ້ນປະສາດຂອງທາງຢົງມິງຫຼາຍ, ສະນັ້ນຈຶ່ງເສຍຄວາມຫວັງຕໍ່ຊີວິດ, ແລ້ວມີອາລົມອາຄາດຕໍ່ສັງຄົມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ