ສື່​ມວນ​ຊົນ​ຕ່າງປະ​ເທ​ດຍ້ອງຍໍ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ

(GMT+08:00) 2008-08-11 13:48:41 cri
-----------------------------------------------------------------------------------------------------------------
ຕາມຂ່າວCRI, ຫວ່າງ​ມໍ່ໆ​ນີ້, ສື່​ມວນ​ຊົນ​ຕ່າງປະ​ເທດ​ພາກັນ​ຍ້ອງຍໍ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງເຮັດ​ໃຫ້​ຊາວ​ໂລກ​ຕິດໃຈ.

ໜັງສືພິມ​ຊີ​ກາ​ໂກ ຕຼີບຸ​ນຂອງ​ອາ​ເມ​ລິ​ກາ​ໄດ້ນຳ​ເອົາ​ຄວາມ​ເວົ້າ​ຂອງ​ທ່ານ​ເດ​ລີ ​ເຈົ້າ​ເມືອງ​ຊີ​ກາ​ໂກ​ທີ່​ຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປີ2016ມາ​​ແຈ້ງວ່າ, "ບໍ່​​ເຄີຍ​ມີ​ຄົນ​ເຫັນ​ພິທີ​ໄຂ​ງານ​ຄື​ແນວ​ນີ້ຈັກ​ເທື່ອ, ຊາວ​ຈີນ​ໄດ້​​ຖະ​ແຫຼ​ງວ່າ​ນີ້​ແມ່ນ​ການ​ເລີ່ມຕົ້ນ​ໃໝ່ ສັງກາດ​ໃໝ່, ​ເຂົາ​ເຈົ້າ​ຈະກ້າວ​ເດີນ​ຕໍ່ໄປ."

ໜັງສືພິມ​ອານ ອາຣາມ ສື່​ມວນ​ຊົນ​ສຳຄັນ​ຂອງ​ເອຢິບ​​ໄດ້​ພິມ​ບົດ​ວິຈານ​ວ່າ, ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກກິ່ງ​ສະຫງ່າ​ລາສີ ໜ້າຊື່ນ​ໜ້າ​ຊົມ, ເຮັດໃຫ້​ຄົນລາຍ​ຫູລາຍ​ຕາ, ສະ​ເທືອນຈິດ​ສະ​ເທືອນ​ໃຈ, ການ​ປະກອບ​ພາບ​ກໍ່​ຍິ່ງ​ໃຫຍ່​ສະຫງ່າ​, ​ແລະ​ມີ​ຄວາມ​ໝາຍ​​ເລິກ​​ເຊິ່ງ, ​ຄວາມ​ຮຸ່ງ​ເຮືອງ​ຂອງ​ອາລະ​ຍະ​ທຳ​ບູຮານ​ກັບອະ​ລະຍະ​ທຳ​ຍຸກ​ປະຈຸ​ບັນ​ໄດ້​ສອດ​ຮ້ອຍ​ແຕ່​ກົດ​ສຸດ​ປາຍ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວັດທະ​ນະທຳ​5000ປີ​ຂອງ​ປະຊາ​ຊາດ​ຈີນ​ທັງມີ​ນ້ຳ​ໃຈ​ໂອ​ລິ​ມປິກ​​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ຈົບງາມ, ​ເວົ້າ​ໄດ້​ວ່າ, ນີ້​ແມ່ນ​ສີ​ລາ​ຈາ​ລຶກ​ສິລະ​ປະ​ໂອ​ລິ​ມປິກ. ໜັງສືພິມ​ດັ່ງກາວ​ຍັງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ເພງ​ທາງ​ການ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເທື່ອ​ນີ້ ຄື​ເພງ ຂ້ອຍ​ກັບ​ເຈົ້າ, ​ເຫັນ​ວາ​ເພງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຍອດ​ຂອງ​ນ້ຳ​ໃຈ​ໂອ​ລິ​ມປິກ​ແລະ​ຫົວ​ຂໍ້​ຫຼັກ​ຂອງ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>