ຜູ້​ຊົມ 1 ຕື້​ຄົນ​​ໃນ​ທົ່ວ​ໂລກ​ເອົາ​ໃຈ​ໃສ່​ການ​ແຂ່ງຂັນ​ບານບ້ວງ​​ເພດ​ຊາຍລະຫວ່າງ​ທິມຈີນ​ກັບ​ທິມອາ​ເມ​ລິ​ກາ

(GMT+08:00) 2008-08-11 14:22:18 cri
-----------------------------------------------------------------------------------------------------------------

ຕອນ​ຂ້ອນ​ແຈ້ງ​ວັນ​ທີ 11 ສີ​ງຫາ​ນີ້, ການ​ແຂ່ງຂັນ​ບານບ້ວງ​ເພດ​ຊາຍ​​ໃນ​ງານ​ໂອ​ລິມປິກ​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ການ​ແຂ່ງຂັນ​ໃນ​ມື້​ທຳ​ອິດ, ທິມຈີນ​ເສຍ​ໃຫ້​ທິມອາ​ເມ​ລິ​ກາ​ທີ​ມີ​ດາລາບານບ້ວງ​ຫຼາຍ​ຄົນ​ດ້ວຍ​ຄະ​ແນນ 70 ຕໍ່ 101. ຕາມ​ການ​ສຳ​ຫຼວດ, ​ໃນ​ທົ່ວ​​ໂລກ​ມີ​ຜູ້​ຊົມ​ຫຼາຍ​ກວ່າ 1 ຕື້​ຄົນ​ໄດ້​​ເບິ່ງ​ການ​ແຂ່ງຂັນ​ດັ່ງກ່າວ. ທ່ານ​ຈອຈ໌ W ບຸສ ປະທານາທິບໍດີ​ອາ​ເມ​ລິ​ກາ​​ແລະ​ພັນ​ລະ​ຍາ​ຂອງ​ທ່ານ, ທ່ານ​ຈອຈ໌ ບຸ​ສ ອະດີດ​ປະທານາທິບໍດີ​ອາ​ເມ​ລິ​ກາ​ແລະ​ພັນ​ລະ​ຍາ​ກໍ​ໄດ້​​ໄປ​ຊົມ​ການ​ແຂ່ງຂັນ​ດັ່ງກ່າວ​ໂດຍ​ມີ​ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເປັນ​ເພື່ອນ.

ທິມບານບ້ວງ​ເພດ​ຊາຍ​ອາ​ເມ​ລິ​ກາ​ແມ່ນ​ທິມທີ່ມີ​​ຫວັງ​ຊິງໄດ້​ແຊມ​ປຽນຂອງ​ການ​ແຂ່ງຂັນ​ບານບ້ວງ​​ໃນ​ງານ​ໂອ​ລິ​ມ​ປິກ​ຊຸດ​ນີ້, ​ແຕ່​ຜົນງານ​ດີ​ທີ່​ສຸດ​ຂອງ​ທິມບານບ້ວງ​ເພດ​ຊາຍ​ຈີນພຽງ​ແຕ່​​​ໄດ້​ທີ 8 ​ໃນ​ງານ​ໂອ​ລິ​ມປິກ, ຜົນ​ການ​ແຂ່ງຂັນ​ຂອງ​ສອງ​ທິມນີ້ບໍ່​ມີ​ບັນຫາ​ຫຍັງ, ​ແຕ່​ຍ້ອນ​ມີດາລາບານບ້ວງ​ລະດັບ​ໂລກ​ເຂົ້າ​ຮ່ວມ​ເຊັ່ນທ້າວ​ຢາ​ວມິງ ທ້າຍ​ໂຄ​ບີ ​ເບຼ​ເອັນ​ແລະ​ທ້າວ​ເລ​ບຼົນ ​ເຈັມສ​​ເຂົ້າ​ຮ່ວມ​, ​ໂດຍ​ສະ​ເພາະ​ຍ້ອນຫຼາຍ​ປີ​ມາ​ນີ້, ​ສອງ​ປະ​ເທດ​ໄດ້​ແລກປ່ຽນ​ນຳກັນ​ໃນ​ຂົງ​ເຂດ​ບານບ້ວງ​ເລື້ອຍໆ, ຈິ່ງ​ເຮັດ​ໃຫ້ການ​ແຂ່ງຂັນ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ພິ​ເສດ.

​ພາຍຫຼັງ​ການ​ແຂ່ງຂັນ​ສິ້ນ​ສຸດ​ລົງ, ທ່ານ​ໄມ​ກ ຊາ​ເຊັຟສກີ ຄູ​ຝຶກ​ຂອງ​ທິມອາ​ເມ​ລິ​ກາ​ໄດ້​ຕີ​ລາຄາ​ສູງ​ຕໍ່​ທິມບານບ້ວງ​​ເພດ​ຊາຍ​ຈີນ, ທ່າ​ນຍັງ​ກ່າວ​ເນັ້ນ​ຕໍ່​ສື່​ມວນ​ຊົນ​ປະ​ເທດ​ຕ່າງໆ​ຫຼາຍ​ເທື່ອ​ວ່າ, ທິມອາ​ເມ​ລິ​ກາ​ບໍ່​​ໄດ້​ສະຫງວນ​ໄວ້​ຫຍັງ​ຈັກ​​ເມັດ​ໃນ​ການ​ແຂ່ງຂັນ​ເທື່ອ​ນີ້.



1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>