ທົ່ວປະເທດອິນເດຍຮ້ອງໂຮຊົມເຊີຍນັກກິລາອິນເດຍໄດ້ຫຼຽນຄຳໃນລາຍການສ່ວນບຸກຄົນຫຼຽນທຳອິດໃນງານໂອລິມປິກ
(GMT+08:00) 2008-08-11 15:49:20 cri
-----------------------------------------------------------------------------------------------------------------

ຕາມຂ່າວ CRI: ວັນທີ 11 ສິງຫານີ້, ໃນການແຂ່ງຂັນປືນລົມຍາວ 10 ແມັດຂອງງານກິລາໂອລິມປິກປັກກິ່ງ, ທ້າວອັບຮິນັຟ ບິນດຼາ ນັກກິລາຍິງປືນອິນເດຍໄດ້ຫຼຽນຄຳດ້ວຍຄະແນນ 700,5 ແຕ້ມ, ຂ່າວນີ້ໄດ້ເຮັດໃຫ້ທົ່ວປະເທດອິນເດຍຮ້ອງໂຮຊົມເຊີຍໃນທັນທີ.
ຫຼຽນຄຳທີ່ທ້າວບິນດຼາໄດ້ຮັບນັ້ນແມ່ນຫຼຽນຄຳລາຍການສ່ວນບຸກຄົນຂອງງານໂອລິມປິກຫຼຽນທຳອິດຂອງອິນເດຍໃນປະຫວັດສາດ, ກໍ່ແມ່ນອິນເດຍໄດ້ຫຼຽນຄຳໂອລິມປິກເທື່ອທຳອິດຫຼັງຈາກໄດ້ຫຼຽນຄຳບານຮັອກກີໃນງານກິລາໂອລິມປິກມົສກູໃນປີ 1980 ເປັນຕົ້ນມາ. ເມື່ອໄດ້ຮັບຂ່າວນີ້ແລ້ວ, ໂທລະພາບສຳຄັນຕ່າງໆຂອງອິນເດຍພາກັນຢຸດລາຍການປົກກະຕິ, ລາຍງານຂ່າວກ່ຽວກັບເລື່ອງນີ້. ນາງບຼາຕີບາ ປາຕີວ ປະທານາທິບໍດີອິນເດຍຝາກໂທລະເລກອວຍພອນດ້ວຍຕົນເອງ, ຍ້ອງຍໍທ້າວບິນດຼາແມ່ນຄວາມພາກພູມໃຈຂອງອິນເດຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ