ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ເຂົ້າ​ມື້​ທີ 3, ຫຼຽນ​ຄຳ 7 ຫຼຽນ​ມີ​ເຈົ້າ​ຂອງ​ແລ້ວ

(GMT+08:00) 2008-08-11 16:29:14 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 11 ສິງຫາ​ນີ້, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເຂົ້າ​​ມື້​ທີ 3, ນັບ​ມາຮອດ 14 ​ໂມງ 30 ນາທີ, ຫຼຽນຄຳ 7 ຫຼຽນ​ໃນ​ການ​ແຂ່ງຂັນ​ລອຍ​ນ້ຳ​ແລະ​ຍິງ​ປືນ​ໄດ້ມີ​ເຈົ້າ​ຂອງ​ແລ້ວ.

ຕອນ​ເຊົ້າ​ວັນ​ທີ 11 ສິງຫາ​ນີ້, ທີ​ມອາ​ເມ​ລິ​ກາ​ໄດ້ຫຼຽນຄຳ​ໃນ​ການ​​ແຂ່ງຂັນ​ລອຍ​ຂວ້ຳ​ປະ​ເພດ​ທີ​ມ​ເພດ​ຊາຍ 100 ​ແມັດ X 4 ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ​​ແລະ​ໄດ້​ທຳລາຍ​ສະຖິຕິ​ໂລກ. ຜົນງານ​ແມ່ນ 3 ນາທີ 8 ວິນາທີ 24.

ທ້າວ​ຄີ​ທາ​ຈີ​ມາ ​ໂຄ​ຊູ​ເຄ ​ເຊິ່ງ​ເປັນ "ເຈົ້າ​ຊາຍ​ລອຍ​ກົບ"​ ຂອງ​ຍີ່​ປຸ່ນ​ໄດ້ຫຼຽນຄຳ​ໃນ​ການ​ແຂ່ງຂັນ​ລອຍ​ກົບ 100 ​ແມັດ​ເພດ​ຊາຍ, ​ແລະ​ໄດ້​ທຳລາຍ​ສະຖິຕິ​ຂອງ​ໂລກ. ຜົນງານ​ແມ່ນ 58 ວິນາທີ 91.
ທ້າວ​ອັບຮິ​ນັຟ ບິນ​ດຼາ ນັກ​ກິລາ​ອິນ​​ເດຍ​ໄດ້ຫຼຽນຄຳ​ໃນ​ການ​ແຂ່ງຂັນ​ຍິງ​ປືນ​ລົມ​ນ້ອຍ​ຍາວ 10 ​ແມັດ​​ເພດ​ຊາຍ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ນີ້​ແມ່ນ​ຫຼຽນຄຳ​ລາຍການ​ສ່ວນ​ບຸກຄົນຂອງ​ງານໂອ​ລິມປິກ​ຫຼຽນທຳ​ອິດ​ຂອງອິນ​ເດຍ​ໃນ​ປະຫວັດສາດ.

ນາງ​ເກ​ຍສຕີ ​ໂຄ​ເວນ​ຕຼີ ນັກ​ກິລາ​ຊິ​ມບາ​ເວ​ທຳລາຍ​ສະຖິຕິ​ໂລກ​ໃນ​ການ​ແຂ່ງຂັນ​ລອຍ​ຫງາຍ 100 ​ແມັດ​ເພດ​ຍິງຮອບ​ຮອງ​ຊະນະ​ເລີດ. ສະຖິຕິ​ໂລກ​ໃໝ່​ແມ່ນ 58 ວິນາທີ 77.

ໃນການ​ແຂ່ງຂັນ​ໂດດ​ຄູ່​ເທີງ​​ແທ່ນ 10 ແມັດ​ເພດ​ຊາຍ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​, ທ້າວ​ລິນ​ເຢ້ກັບ​ທ້າວ​ໂຮ​ລ້ຽງ​ໄດ້​ຫຼຽນຄຳ​ຫຼຽນທີ 7 ຂອງຄະນະ​ນັກ​ກິລາ​ຈີນ.

ນອກ​ນີ້, ວັນ​ທີ 11 ສິງຫາ​ນີ້, ຄະນະ​​ກຳມະການ​ໂອ​ລິ​ມປິກ​ສາກົນ​ປະກາດ​ວ່າ, ​ໃນ​ການ​ກວດກາຢາ​ກະ​ຕຸ້ນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ນາງ​ໂມຣີ​ໂນ ມາ​ເລຍ ອິຊາ​ເບ​ວ ນັກ​ກິລາ​ລົດຖີບ​ແອ​ສປາຍ​ຖືກ​ປະກົດ​ວ່າ​ໄດ້​ໃຊ້ EPO, ​​ຖືກ​ຍົກ​ເລີດ​ສິດ​ເຂົ້າຮ່ວມ​ການ​ແຂ່ງຂັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>