ນັກ​ກິ​ລາ​ລົດ​ຖີບ​ແອັສ​ປາຍ​ຖືກ​ຍົກ​ເລີກ​ສິດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຂອງ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ຍ້ອນ​ໃຊ້​EPO

(GMT+08:00) 2008-08-11 16:37:24 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ:  ວັນ​ທີ 11 ສິງຫາ​ນີ້, ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໄດ້​ປະກາດ​ວ່າດ ​ໃນການ​ກວດກາສານກະຕຸ້ນ​​ປະສາດຂອງ​ ​ງານ​​ໂອ​ລິ​ມປິກ​ປັກ​ກິ່ງ, ນາງ​ໂມຣີ​ໂນ ມາ​​ເລຍ ອິຊາ​ເບັນ ນັກ​ກິລາ​ລົດຖີບ​ແອ​ສປາຍຖືກປະກົດ​ເຫັນ​ໄດ້​ໃຊ້​ສານ​ກະ​ຄຸກ​ການ​ເກີດ​ຈຸລັງ​ແດງ​ຄື​EPO

ຈື່ງຖືກຍົກ​ເລີກ​ສິດ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​.ນາງ​ເປັນ​ນັກ​ກິລາ​ຜູ່​ທຳ​ອິດ​ທີ່​ຖືກ​ປະກົດ​​ເຫັນ​ເປັນ​ເລກ​ບວກ​ໃນ​ການ​ກວດສານາ​ຢາ​ກະ​ຕຸ້ນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ.  

ທ່ານ​ກີ​ເຊ​ລີ ດາວິສ  ​ໂຄສົກຖະ​ແຫຼ​ງຂ່າວ​ຂອງ​ຄນີ້, ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໄດ້​ກວດກາ​ນາງ​ໂມຣີ​ໂນ​ໃນ​ການ​ກວດກາ​ນອກ​ການ ແຂ່ງຂັນ​ຂອງ​ບ້ານ​ໂອ​ລິ​ມປິກ,  ຕອນ​ຄ່ຳ​ມື້​ດຽວ​ກັນ, ນາງ​ໂມຣີ​ໂນ​ໄດ້​ອອກ​ຈາກ​ຈີນ, ​ແຕ່​ໃນ​ເວລາ​ນັ້ນ ຜົນ​ກວດກາ​ຍັງ​ບໍ່​ໄດ້​ອອກ​ມາ.   ລາຍການ​​ແຂ່ງຂັນ​ທີ່ນາງ​ໂມຣີ​ໂນ​ທີ່​ນັບ​ເວລາ​ສ່ວນບຸກຄົນ.  ຄະນະ​ກຳມະການ​ໂອລິມປິກ​ສາກົນ​ຈື່ງ​ຕົກລົງ​ຍົກ​ເລີກ​ສິດ​ເຂົ້າ​ຮ່ວມ​ການ​ແຂ່ງຂັນຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງຂອງ​ນາງ,​ແລະ​ຮຽກຮ້ອງ​ໃຫ້​ສະຫະພັນ​ລົດຖີບ​ສາກົນ​ປັບ​ໄຫມ​ ​​ນາງ.ງານ​ໂອລິມ ປິກ​ປັກ​ກິ່ງ​ມີ​ແຜນການ​ດຳ​ເນີນ​ການ​ກວດກາ​ສານ​ກະ​ຕຸ້ນ​ປະມານ 4500 ລາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>