ທ່ານ​ເຈຍ​ຊີ້​ງລິນພົບ​ປະ ສົມ​ເດັດ​​ໂນ​ໂລ​ດົມ ສິ ຫະ​ນຸ

(GMT+08:00) 2008-08-11 18:56:04 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີນຮວາ: ວັນ​ທີ 11 ສິງຫາ​ນີ້, ຢູ່​ທີ່​ປັກ​ກິ່ງ​, ທ່ານ​ເຈຍ​ຊີ້​ງລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະສົມ​ເດັດ​ໂນ​ໂລ​ດົມ ສິຫະນຸ ບິດາ​ຂອງ​ເຈົ້າຊີວິດກຳປູ​ເຈຍ​ທີ່​ເຂົ້າຮ່ວມ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ທ່ານ​ເຈຍ​ຊີ້​ລີ​ນກ່າວ​ວ່າ, ມິດຕະພາບ​ຈີນ​ກຳປູ​ເຈຍ​ໄດ້​ມີ​ປະຫວັດ 50 ປີ​ແລ້ວ, ​ໄດ້​ກາຍ​ເປັນ​ຊັບ​ສົມບັດ​ອັນລ້ຳ​ຄ່າທີ່​ປະຊາຊົນ​ສອງ​ປະ​ເທດ​ທະນຸຖະໜອມ. ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ກັບ​ກຳປູ​ເຈຍ, ​ເພີ່ມ​ເນື້ອ​ໃນ​ແຫ່ງ​ການ​ພົວພັນ​ສອງ​ປະ​ເທດ​ໃຫ້​ອຸດົມສົມບູນ​ແລະຂະຫຍາຍ​ກວ້າງ​ອອກ, ​​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.

ສົມ​ເດັດ​ສິຫະນຸກ່າວ​ວ່າ, ພະ​ບໍລົມ​ມະ​ວົງສາ​ນຸວົງ​ ລັດຖະບານ​ແລະ​ປະຊາຊົນ​ກຳປູ​ເຈຍ​ຈະ​ເຮັດ​ຄື​ແຕ່​ເກົ່າ​​ເມືອຫຼັງຍຶດໝັ້ນມິດຕະພາບ​ຕໍ່​ຈີນ, ​ແລະ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ປັບປຸງ​ແລະ​ຂະຫຍາຍ​ການ​ພົວພັນ​ມິດຕະພາບຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ມູນ​ເຊື້ອລະຫວ່າງ​ປະ​ເທດທັງ​ສອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>