ສື່ມວນຊົນຂອງປະເທດຕ່າງໆຍ້ອງຍໍງານໂອລິມປິກປັກກິ່ງ
(GMT+08:00) 2008-08-11 19:07:46 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI: ຫຼາຍມື້ມານີ້, ສື່ມວນຊົນຂອງປະເທດຕ່າງໆໄດ້ແຈ້ງຂ່າວຢ່າງຫຼວງຫຼາຍແລະຕີລາຄາສູງຕໍ່ງານໂອລິມປິກປັກກິ່ງແລະພິທີໄຂ.
ສື່ມວນຊົນສຳຄັນຕ່າງໆຂອງອາເມລິກາ ບໍ່ພຽງແຕ່ໄດ້ຍ້ອງຍໍຄວາມສະຫງ່າງາມຂອງພິທີໄຂງານໂອລິມປິກເທົ່ານັ້ນ, ຍັງໄດ້ຍ້ອງຍໍງານໂອລິມປິກປັກກິ່ງໄດ້ສ່ອງແສງໃຫ້ເຫັນນ້ຳໃຈໂອລິມປິກ. ໜັງສືພິມ"USA Today"ສະບັບວັນທີ 9 ສິງຫາຂຽນວ່າ, ພິທີໄຂງານໂອລິມປິກປັກກິ່ງໄດ້ໃຊ້ວິທີທີ່ດີເລີດເຮັດໃຫ້ວັດທະນະທຳໃນປະຫວັດສາດກັບອາລິຍະທຳທັນສະໄໝຂອງຈີນເຊື່ອມໂຍງເຂົ້າກັນ. ວາລະສານ"Newsweek"ສະບັບວັນທີ 9 ສິງຫາລາຍງານວ່າ, ການສະແດງອັນໃຫຍ່ໂຕມະໂຫລານໃນພິທີໄຂງານໂອລິມປິກປັກກິ່ງແມ່ນຫຼັກໝາຍທາງອັນສຳຄັນທີ່ຈີນໂປໂລຂຶ້ນແລະກຳລັງແຮງໄດ້ຍົກສູງຂຶ້ນ. ວາລະສານ"time"ລາຍສັບປະດາສະບັບຫຼ້າສຸດໄດ້ພິມບົດຄວາມຂຽນວ່າ, ສິ່ງສຳຄັນກວ່າການສະແດງທີ່ປະທັບໃຈໃນພິທີໄຂນັ້ນແມ່ນ, ງານໂອລິມປິກປັກກິ່ງໄດ້ສະແດງໃຫ້ເຫັນຄວາມເຊື່ອມໂຍງລະຫວ່າງຝ່າຍຕາເວັນອອກກັບຝ່າຍຕາເວັນຕົກ, ແລະມີປະເທດຕ່າງໆໃນໂລກເຂົ້າຮ່ວມຢ່າງກວ້າງຂວາງ, ໄດ້ສະແດງໃຫ້ເຫັນນ້ຳໃຈໂອລິມປິກຢ່າງແທ້ຈິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ