ເຂດ​ຕິ​ເບ​ດປະຕິບັດ​ນະ​ໂຍບາຍ​​ໃຫ້​ສິດທິ​ພິ​ເສດ​ແກ່​ນັກທຸລະກິດ​ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ໃນ​ເຫດການ​14ມີນາ

(GMT+08:00) 2008-08-12 14:47:43 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ນະ​ໂຍບາຍ​ໃຫ້​ສິ​ດທິພິ​ເສດ​ແກ່​ນັກ​ທຸລະ​ກິດ​ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ໃນ​ເຫດການ​ຈະລາຈົນ14​ມີນາ​ປີ​ນີ້​ທີ່​ເຂດ​ຕິ​ເບດ​ວາງ​ອອກ​ນັ້ນ​ໄດ້​ຮັບ​ການ​ປະຕິບັດ​ຕົວ​ຈິງ​ຢ່າງ​ບັງ​ເກີດ​ຜົນ​ໃນ​ປັດຈຸບັນ.

ເຫດການ​14ມີນາ​ແມ່ນ​ເຫດການ​ກະທຳ​ຜິດ​ກົດໝາຍ​ດ້ວຍ​ຄວາມ​ຮຸນ​ແຮງ​ທີ່​ທຸບ​ຕີ ທັບ​ມ້າງ​ແລະ​ຈູດ​ເຜົາ​ຢູ່​ນະຄອນລາຊາ​ຂອງ​ຕິ​ເບ​ດ​ໃນ​ວັນ​ທີ14​ມີນາ​ປີ​ນີ້.ປັດຈຸບັນ,​ໄດ້​ຢືນຢັນ​ແລ້ວ​ວ່າ​ມີ​ນັກ​ທຸ​ລະ​ກິດ​1216​ຄອບຄົວ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ໃນ​ເຫດການ​ເທື່ອ​ນີ້.

ຕາມ​ພະ​ແນ​ກການ​ເງິນ​ເຂດ​ປົກຄອງ​ຕົນ​ເອງຕິ​ເບ​ດ​ແຈ້ງ​ໃຫ້​ຊາບ​ວ່າ,ປັດຈຸບັນ,ຕິ​ເບ​ດ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ຊີວິດ​ການ​ເປັນ​ຢູ່​ແກ່​ນັກ​ທຸ​ລະ​ກິດ994​ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ,​ເຊິ່ງລວມທັງ​ເບີກ​ເງິນ​ຊ່ວຍຊີວິດ​ການ​ເປັນ​ຢູ່,​ດ້ານການ​ຫວ່າງ​ງານ​ແລະດ້ານ​ການ​ປິ່ນປົວ.

ນອກ​ນີ້,ນັບ​ມາ​ຮອດ​ທ້າຍ​ເດືອນ​ກໍລະກົດ​ປີ​ນີ້,ພະ​ແນ​ກສ່ວຍ​ສາ​ອາກອນ​ໄດ້​ສຳ​ຫຼວດ​ແລະ​ອະນຸມັດ​ຫຼຸດ​ຫຼື​ຍົ​ກ​ເວັ້ນສ່ວຍສາ​ອາກອນ​ໃຫ້​ນັກ​ທຸລະ​ກິດ689​ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ໂດຍ​ກົງ.​ໄດ້​ສຳ​ຫຼວດ​ແລະ​ອະນຸມັດ​ການ​ຫຼຸດ​ຫຼື​ຍົກ​ເສັ້ນ​ສ່ວຍສາ​ອາກອນ​ໃຫ້​ຜູ່​ເສຍ​ສ່ວຍສາ​ອາກອນ​ໃນ​ຂະ​ແໜງ​ການ​ທີ່​ໄດ້​ຮັບ​ຜົນ​ກະທົບ5804​ຄອບຄົວ,​ເຊິ່ງ​ລວມ​ທັງ​ໝົດ​ແລ້ວ​ໄດ້​ຫຼຸດ​ຫຼື​ຍົ​ກ​ເວັ້ນສ່ວຍ​ສາ​ອາກອນ​ຫຼາຍ​ກວ່າ20​ລ້ານ​ຢວນ.

ປັດຈຸບັນ,ຫ້າງ​ຮ້ານ​ຕ່າງໆ​ຂອງນະຄອນ​ລາຊາ​ມີ90%ຂຶ້ນ​ໄປ​ໄດ້​​ຟື້ນ​ຟູ​ການ​ດຳ​ເນີນ​ທຸລະ​ກິດ​ຄືນ​ໃໝ່​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>