ຮັກ​ສາ​ຄວາມ​ບໍ​ລິ​ສຸດ​ຍຸດ​ຕິ​ທຳ​ຂອງ​ງານ​ໂອ​ລິມ​ປິກ

(GMT+08:00) 2008-08-12 15:05:07 cri
-----------------------------------------------------------------------------------------------------------------
ທີ່​ນີ້ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ສະບາຍດີ ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ງານ​ໂອ​ລິ​ມປິກ​ລະດູຮ້ອນ​ຄັ້ງທີ 29 ພວມ​ດຳ​ເນີນ​ໄປ​ຢ່າງຟົດ​ຟຶ້ນຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ. ​ເພື່ອ​​ຮັກສາ​ຄວາມບໍລິສຸດ​ຍຸດ​ຕິ​ທຳ​ຂອງ​ງານ​ໂອລິ​ມປິກ, ​ໃນການ​ກວດກາ​ສານກະ​ຕຸ້ນ, ງາ​ນ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ສ້າງ​ສະຖິຕິ​ສູງ​ສຸດ​ສອງ​​ເລື່ອງໃນ​ປະຫວັດສາດ,ອັນ​ທີຫນຶ່ງ​ແມ່ນຈຳນວນ​ກວດກາ ສານ​ກະ​ຕຸ້ນ​​, ອັນ​ທີສອງ​ແມ່ນຄວາມ​ສາມາດຕໍ່ຕ້ານນັກ​ກິລາທີ່​ຜົນ​ກວດ​ເປັນ​ບວກ ​.ຕໍ່​ໄປ​ເຊີນລາຍ​ລະອຽດ​ກ່ຽວ​ກັບ​ເລື່ອງ​ນີ້​.

 ບັນຫາ​ສານ​ກະ​ຕຸ້ນ​ໄດ້​​​ເກີດ​ມີ​ໃນ​ທ້າຍ​ສັດຕະວັດທີ 19,ປີ 1968, ງານ​ໂອ​ລິ​ມປິກ​ແມັກ​ຊິກ​ໄດ້​ປະຕິບັດ​ການ​ກວດກາ​ສານ​ກະ​ຕຸ້ນ​ຢ່າງ​ເປັນ​ທາງ​ການ​ຕໍ່​ນັກ​ກິລາ​ຂອງ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເທື່ອ​ນີ້.​ຫຼັງຈາກ​ນັ້ນ40 ​ປີ,  ການ​ຕໍ່ຕ້ານ​ຂອງ​ສານ​ກະ​ຕຸ້ນ​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຍັງ​ປະ​ເຊີນ​ຫນ້າ​ສິ່ງ​ທ້າ​ທາຍ​ຢ່າງຂ້ຽວຂາດ.ສະ​ນັ້ນ,ການ​​ເພີ່ມ​ການ​ຕໍ່ຕ້ານ​ສານ​ກະ​ຕຸ້ນ​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໃຫ້​ຫຼາຍ​ຂຶ້ນ​ນັ້ນ​ແມ່ນ​ຄວາມຕ້ອງການ​ຂອງ​ຄະນະ​ກຳມະການ​ງານ​ໂອ​ລິ​ມປິກ​ສາກົນ, ​ແມ່ນ​ຄວາມ​ຕັດສິນ​ໃຈ​ຂອງ​ຈີນ,ຍິ່ງ​ແມ່ນ​ຄວາມ​ຄອງ​ຄອຍ​ຮ່ວມ​ຂອງ​ທົ່ວ​ໂລກ,ທ່ານຊາກ ຣົກ​ເກ ປະທານ​ຄະນະ​ກຳມະການ​ງານ​​ໂອ​ລິ​ມປິກ​ສາກົນ​ກ່າວ​ວ່າ:

 ພວກ​​ຂ້າພະ​ເຈົ້າ​ພວມ​ສູ້​ຊົນ​​ເພື່ອ​ບັນລຸ​ງານ​ໂອ​ລິ​ມປິກສີຂຽວ​ແລະ​​ປອດ​ສານກະ​ຕຸ້ນ. ຂ້າພະ​ເຈົ້າຊັງ​ສານ​ກະ​ຕຸ້ນ, ​ເພາະວ່າ, ມັນ​​ທຳລາຍ​ ​ກຽດສັກສີຂອງ​ກິລາ, ສິ່ງ​ທີ່ນັກ​ກິລາ​ໂຄລົບນັ້ນ​ກໍ​ຄືແມ່ນຜົນຂອງ​ການ​ແຂ່ງ​ຂັນ​ແລະ​ລຳດັບ, ຖ້າ​ໄຊຊະນະ​ທີ່​ໄດ້​ມາ​ບໍ່​ແມ່ນ​ຈາກການ​ເຝິກ​ຊ້ອມທີ່​ແທ້​ຈິງ​, ​ໄຊຊະນະ​ນັ້ນ​ກໍ່​ບໍ່​ມີຄຸນຄ່າ​ຫຍັງ, ອີກ​ເລື່ອງ​ຫນຶ່ງ, ​ສຳລັບ​ສຸຂະພາບ​ຂອງ​ນັກ​ກິລາ, ​ສານ​ກະ​ຕຸ້ນແມ່ນ​ຄວາມ​ອັນຕະລາຍ​ຫຼາຍ​ກວ່າ​ເກົ່າ.

ເພື່ອ​ສ້າງ​ບັນຍາກາດ​ອັນປອດ​ໃສ​ຂອງ​ສະຫນາມກິລາ​ການ​ແຂ່ງຂັນ​​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ 2008, ຄະນະ​ກຳມາ​ທິການ​ຕໍ່ຕ້ານ​ສານ​ກະ​ຕຸ້ນ​ຂອງ ຄະນະ​ກຳມະການງານ​ໂອ​ລິ​ມປິກ​ຈີນ​ໄດ້ປະຕິບັດ​ຂໍ້​ກຳນົດ​ຕໍ່ຕ້ານ​ສານ​ກະ​ຕຸ້ນ​ໂລກຢ່າງ​ຕັ້ງຫນ້າ,  ​ແລະ​ວາງ​ມາດຕະການ​ຕ່າງໆ​ຢ່າງ​ເຄັ່ງ​ຄັດ.  ດອກ​ເຕີ​ແພັດທຣິກ ຊາ​ມັດຈ໌ ຫົວຫນ້າ​ຫນ່ວຍ​ງານແພດ​​​ແລະ​ວິທະຍາສາດ​ຂອງ​ຄະນະ​ກຳມະການ​ງານ​ໂອ​ລິ​ມປິກ​ສາກົນ​ແນະນຳ​ວ່າ,

ງານ​ໂອລິມປິກ​ປັກ​ກິ່ງ​ຈະ​ດຳ​ເນີນ​ການ​ກວດກາ​ສານ​ກະ​ຕຸ້ນ​ 4500 ລາຍ​ຢູ່ໃນ​ແລະ​ນອກ​​ຂອງ​ການ​ແຂ່ງຂັນ, ສ້າງ​ສະຖິຕິ​ສູງ​ສຸດ​ໃນ​ງານ​ໂອ​ລິ​ມປິກ​ທຸກ​ຄັ້ງ . ຕົວ​ເລກ​ດັ່ງກ່າວ​ຫຼາຍ​ກວ່າ​ງານ​ໂອ​ລິ​ມປິກ​ອາ​ແຕນ​ 2004 25%, ຫຼາຍ​ກວ່າ​ງານ​ໂອ​ລິ​ມປິກ​ຊິດ​ນີປີ 2000  90%..

ນອກ​ນີ້,ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ່​ໄດ້​ລົງ​ໂທດ​ນັກ​ກິລາ​ທີ່​ໄດ້​ກວດພົບສານ​ກະ​ຕຸ້ນ​ນັ້ນຢ່າງ​ເຂັ້ມງວດກວ່າ​ທຸກ​ຄັ້ງທີ່​ຜ່ານ​ມາ.ນອກຈາກ​ຈະ​ລົງ​ໂທດ​ຕາມ​ຂໍ້​ກຳນົດ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນແລະ​ສະຫະພັນ​ກິລາ​ຕ່າງໆ​​ແລ້ວ​,ນັກ​ກິລາ​ທີ່​ຖືກ​ຫ້າມ​ເຂົ້າຮ່ວມ​ການ​ແຂ່ງຂັນ 6 ​ເດືອນ​ຂຶ້ນ​ໄປ​ນັ້ນ, ກໍ່​ຈະ​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າຮ່ວມ​ງານ​ໂອ​ລິ​ມປິກ​ລອນ​ດອນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ 2012.ພ້ອມ​ກັນນັ້ນ, ​ເລີ່​ມ​ແຕ່​ງານ​ໂອ​ລິ​ມປິກ​ຄັ້ງນີ້​ເປັນຕົ້ນ​ໄປ,​ຕົວຢ່າງ​ກວດກາສານກະ​ຕຸ້ນ​ທັງ​ຫມົດ​ຈະ​ຖືກ​ຮັກສາ​ໄວ​ເປັນ​ເວລາ 8 ປີ, ​ແລະ​ອາດ​ຈະ​ຖືກ​ກວດກາ​ຄືນ​ອີກ.​ໃນ​ໄລຍະ​ນີ້ ຖ້າ​ນັກ​ກິລາ​ຜູ່​ໃດ​ຖືກ​ກວດ​ພົບ​ວ່າ​ໄດ້​ໃຊ້​ສານກະ​ຕຸ້ນ​ແລ້ວ,ຈະ​ຖືກຍຶດ​ເອົາ​ຫລຽນ​ທັງ​ຫມົດ​ທີ່​ໄດ້​ຮັບ.

​ໃນ​ນາມ​ເປັນ​ປະ​ເທດ​ໃຫຍ່​ທາງ​ດ້ານ​ກິລາ, ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຄວາມ​ໂປ່​ງ​ໃສ​ຂອງ​ກິລາ.ປີ 1989, ວົງ​ການ​ກິລາ​ຈີນ​ໄດ້​ວາງ​ທິດ​ທາງ​ທີ່​ແນ​ໃສ່​ຕ້ານ​ການ​ໃຊ້​ສານກະ​ຕຸ້ນ​ທີ​ວ່າ ຫ້າມ​ຢ່າງ​ເຂັ້ມງວດ ກວດກາ​ຢ່າງ​ເຂັ້ມງວດ​ແລະ​ລົງ​ໂທດ​ຢ່າງ​ເຂັ້ມງວດ;ສ່ວນ​ການ​ປະຕິບັດ​ຂໍ້​ກຳນົດ​ຕ້ານສານ​ກະ​ຕຸ້ນ​ແລະ​ການ​ປະກາດ​ບັນຊີ​ລາຍ​ຊື່​ສານ​ກະ​ຕຸ້ນ​ປີ 2004,ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ​ວຽກ​ງານ​ຕ້ານສານ​ກະ​ຕຸ້ນ​ຂອງ​ຈີນ​ໄດ້​ຕິດ​ພັນ​ກັບ​ສາກົນ​ແລ້ວ.​ໃນ​ນາມ​ເປັນ​ປະ​ເທດ​ເຈົ້າພາບ​ຂອງ​ງານ​ໂອ​ລິ​ມປິກ​ຄັ້ງທີ 29, ຈີນ​ໄດ້​ສະ​ແດງ​​ຄວາມ​ຕັດສິນ​ໃຈ​ຕ້ານສານກະ​ຕຸ້ນ​ຢ່າງ​ເດັດດ່ຽວ.​ເຈົ້າຫນ້າ​ທີ່​ກິລາ​ຈີນ​ກ່າວ​ວ່າ, ​ແຫນງ​ບໍ່​ເອົາ​ຫລຽນ​ຄຳ,ກໍ່​ບໍ່​ເອົາສານກະ​ຕຸ້ນ​ແທ້.ຫລັກ​ຫມັ້ນຂອງ​ຈີນ​ໃນ​ການຕ້ານ​ການ​ໃຊ້​ສານກະ​ຕຸ້ນ​ຢ່າງ​ເດັດດ່ຽວ​ບໍ່​ເຄີຍ​ປ່ຽນ​ແປງ​ຈັກ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>