ສື່ມວນຊົນຕ່າງປະເທດລາຍງານຂ່າວງານກິລາໂອລິມປິກປັກກິ່ງ
(GMT+08:00) 2008-08-12 17:11:45 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI, ວັນທີ8ສິງຫານີ້, ງານກິລາໂອລິມປິກຄັ້ງທີ29ໄດ້ໄຂຂຶ້ນຢ່າງຄຶກຄື້ນຢູ່ປັກກິ່ງ. ຫຼາຍມື້ມານີ້, ສື່ມວນຊົນຕ່າງປະເທດໄດ້ລາຍງານຢ່າງຫຼວງຫຼາຍຕໍ່ເຫດການນີ້.
ໜັງສືພິມປະເທດຫຼືເອັນ ປາອິສຂອງອູຣູກວາຍໄດ້ພິມບົດຄວາມວ່າ, ຄຳຂວັນໂອລິມ ປິກທີ່ວ່າ"ໂລກດຽວກັນ ຄວາມຝັນດຽວກັນ"ໄດ້ກາຍເປັນສັນຍານທີ່ແຂງແຮງທີ່ສຸດທີ່ໂອລິມປິກສົ່ງອອກມາ. ພາຍໃຕ້ຄຳຂວັນດັ່ງກ່າວ, ງານກິລາໂອລິມປິກປັກກິ່ງໄດ້ຈັດພິທີໄຂງານທີ່ຫາອັນປຽບບໍ່ໄດ້.
ວັນທີ11ສິງຫານີ້, ໜັງສືພິມເວທີປາໄສ ໜັງສືພິມທາງການຂອງກາເມີຣຸນໄດ້ພິມບົດຄວາມໂດຍຂຽນວ່າ, ຜ່ານຈາກພິທີໄຂງານກິລາໂອລິມປິກປັກກິ່ງ, ຈີນໄດ້ສົ່ງສັນຍານມິດຕະພາບ ສັນຕິພາບແລະຄວາມກົມກຽວກັນຕໍ່ທົ່ວໂລກ.
ໃນໜັງສືພິມລຽນເຮີຈາວປ້າວຂອງສິງກະໂປສະບັບວັນທີ12ສິງຫານີ້, ທ່ານເຈິ້ງຢົງນຽນ ຫົວໜ້າສະຖາບັນຄົ້ນຄວ້າອາຊີຕາເວັນອອກຂອງມະຫາວິທະຍາໄລແຫ່ງຊາດສິງກະໂປໄດ້ພິມບົດຄວາມຊີ້ອອກວ່າ, ງານກິລາໂອລິມປິກຈະຝາກມໍລະດົກທີ່ບໍ່ແມ່ນດ້ານກິລາໄວ້ໃຫ້ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ