ອັດຕາ​ສະ​ເລ່ຍການ​ເຊົ່າຫ້ອງ​ນອນຂອງໂຮງ​ແຮມ​ໃນ​ໄລຍະ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ສູງ​ກວ່າ 80%

(GMT+08:00) 2008-08-12 18:32:38 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI:ຕອນ​ບ່າຍ​ວັນ​ທີ 12 ສິງຫາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ຂ່າວ​ສາກົນ​ປັກ​ກິ່ງ,ທ່ານ​ວາງ​ຈື້ຟ່າ ຮອງ​ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ໃນ​ໄລຍະ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ,ອັດຕາ​ສະ​ເລ່ຍການ​ເຊົ່າ​ຫ້ອງ​ນອນ​ຂອງໂຮງ​ແຮມໃນ​ຕົວ​ເມືອງທີ່ຈັດການ​ແຂ່ງຂັນໂອ​ລິມປິກ​ໄດ້​ສູງ​ເຖິງ 81,2%.

ທ່ານ​ວາງ​ຈື້ຟ່າ​ແນະ​ນຳ​ວ່າ,ອັດຕາ​ເຂົ້າພັກຢູ່​ໂຮງ​ແຮມ​ໃນ​ໄລຍະ​ງານ​ໂອ​ລິ​ມປິກ​ບໍ່​ໄດ້​ບັນລຸ​ຄາດໝາຍ​ສູງ​ສຸດ​ຂອງ​ພາຍ​ນອກ,ຕົ້ນຕໍ​​ແມ່ນ​ຍ້ອນ​ນັກ​ທ່ອງ​ທ່ຽວ​ທຳ​ມະ​ດາ​ລ້ວນ​ແຕ່​ໄດ້​ຫຼົບ​ຫຼີກກະ​ແສສູງ​ສຸດ​ຂອງ​ການ​ທ່ອງ​ທ່ຽວໃນ​ໄລຍະ​ການ​ແຂ່ງຂັນ,​ແລະ​ຝ່າຍ​ທີ່​ກ່ຽວຂ້ອງ​ໄດ້​ມີ​ການສະຫງວນ​ໄວ້​ໃນ​ເວລາ​ຈັດ​ຕັ້ງ​ການຮັບ​ຕ້ອນແລະ​ຈອງ​ຫ້ອງ​ລ່ວງ​ໜ້າ.ທ່ານ​ກ່າວ​ເນັ້ນ​ວ່າ,ກະ​ແສສູງ​ທີ່​ແທ້​ຈິງຂອງ​ການ​ທ່ອງ​ທ່ຽວ​ຈະ​ມາ​ເຖິງ​ພາຍຫຼັງ​ງານ​ໂອ​ລິ​ມປິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>