ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ງານ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-08-12 19:00:40 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ 8 ສິງຫານີ້, ງານ​ກິລາ​ໂອ​ລິ​ມປິກ​ຄັ້ງທີ 29 ​ໄດ້​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ. ຫຼາຍມື້​ມາ​ນີ້, ສື່​ມວນ​ຊົນ​ຕ່າງປະ​ເທດ​ໄດ້​ແຈ້ງ​ຂ່າວ​ຢ່າງຫຼວງຫຼາຍ​ຕໍ່​ເລື່ອງ​ນີ້, ​ແລະ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ.

ໜັງສືພິມ"ຕາ​ເວັນ​ອອກ​ລາຍ​ວັນ"ຂອງ​ມາ​ເລ​ເຊຍ​ສະບັບ​ວັນ​ທີ 12 ສິງຫາ​ໄດ້​ພິມ​ບົດ​ຄວາມ​ວ່າ, ຜ່ານ​ການຈັດ​ງານ​ໂອ​ລິ​ມປິກ, ຈີນ​ໄດ້​ສະ​ແດງ​ຜົນສຳ​ເລັດ​ຂອງ​ຕົນ​ຕໍ່ໂລກ. ​ແຕ່​ຈີນ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ 30 ປີ​ມາ​ນີ້, ​​ເສດຖະກິດ​​ໄດ້​ເຕີບ​ໂຕຫຼາຍ, ​ໃນ​ອະນາຄົດ​ຍັງ​ຈະ​ເດີນ​ໄປ​ໄກ​ກວ່າ​ເກົ່າ.

ຫຼາຍມື້​ມາ​ນີ້, ໜັງສືພິມ"ຫຼຽນ​ເຫີ​ຈາວ​ປ້າວ"ຂອງ​ສິງກະ​ໂປ​ໄດ້​ພິມ​ບົດ​ຄວາມ​ຫຼາຍບົດ​, ຕີ​ລາຄາ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ຕັ້ງໜ້າ. ທ່ານ​ເຈີ້​ງຢົງ​ນຽນ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສິງ​ກະ​ໂປ​ໄດ້​ພິມ​ບົດ​ຄວາມ​​ຢູ່ໜັງສີ​ພິມ"ລຽນ​ເຫີ​ຈາວ​ປ້າວ"ສະບັບ​ວັນ​ທີ 12 ວ່າ, ງານ​ໂອ​ລິ​ມປິກ​ຈະ​ສາມາດ​ສ້າງ​ມໍ​ລະ​ດົກ​ຢ່າງຫຼວງຫຼາຍທີ່​ບໍ່​ແມ່ນ​ກິລາ​ໃຫ້​ແກ້​ຈີນ.

ວັນ​ທີ 11 ສິງຫາ, ສະຖານີ​ໂທລະພາບ​ສູນ​ກາງ​ຫວຽດນາມ​ລາຍ​ງານ​ວ່າ, ພິທີ​ໄຂ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ 2008 ​ເຮັດ​ໃຫ້​ໂລກ​ສຸມ​ສາຍຕາ​​ໃສ່ປັກ​ກິ່ງ, ​ເຮັດ​ໃຫ້​ໂລກ​ເຂົ້າ​ໃກ້​ປະ​ເທດ​ໃຫຍ່​ທີ່​ອຸບັດ​ຂຶ້ນ​​ໂດຍ​ສັນຕິ​ໂດຍ​ກົງ, ມີ​ຄວາມ​ໝາຍ​ສຳຄັນຫຼາຍຕໍ່​ການ​ຍົກ​ສູງ​ຖານະ​ສາກົນ​ຂອງ​ຈີນ​ຢ່າງຮອບດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>